ສັບ​ປະ​ດາ​ເຮັດ​ວຽກ​ທີ 3, ກອງ​ປະ​ຊຸມ​ສະໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມຊຸດ ທີ XV: ຈຸດ​ສຸມ​ແມ່ນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ

(VOVWORLD) - ສັບປະດາເຮັດວຽກທີ 3, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ໃນລະຫວ່າງວັນທີ 3 – 8 ມິຖຸນາ) ຢູ່ຮ່າໂນ້ຍ ຈະດຳເນີນຫຼາຍເນື້ອໃນສຳຄັນ, ໃນນັ້ນຈຸດສຸມແມ່ນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ.

ສັບ​ປະ​ດາ​ເຮັດ​ວຽກ​ທີ 3, ກອງ​ປະ​ຊຸມ​ສະໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມຊຸດ ທີ XV: ຈຸດ​ສຸມ​ແມ່ນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ - ảnh 1ກອງປະຊຸມຂອງສະພາແຫ່ງຊາດ (ພາບ: TTXVN)

ໃນວາລະຊັກຖາມ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 4 – 6 ມິຖຸນາ, ສະພາແຫ່ງຊາດຈະສຸມໃສ່ເຂົ້າ 4 ໝວດບັນຫາ ຂຶ້ນກັບຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳການຄ້າ, ການກວດສອບບັນຊີ, ວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ. ຕາມໂຄງການເຮັດວຽກ, ຕອນເຊົ້າວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ (ຫຼື ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບການມອບສິດ) ຈະເຮັດ ແຈ້ງບັນດາບັນຫາທີ່ກ່ຽວຂ້ອງ ແລະ ຕອບຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ. ນີ້ແມ່ນບັນດາເນື້ອໃນດຶງດູດຄວາມສົນໃຈ, ຕິດຕາມຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ເປັນຈຳນວນຫລາຍ, ໄດ້ອອກອາກາດສົດທາງວິທະຍຸ ແລະ ໂທລະພາບ.

ແລະໃນສັບປະດານີ້, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງຮ່າງກົດໝາຍ, ມະຕິ ລວມມີ: ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າ ມະນຸດ (ສະບັບປັບປຸງ)…

ຕອບກັບ

ຂ່າວ/ບົດ​ອື່ນ