ສັບ​ປະ​ດາ​ເຮັດ​ວຽກ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV: ລົງ​ປະ​ຊາ​ມະ​ຕິ​​ຮັບ​ຮອງ​ເອົາຫຼາຍ​ເນື້ອ​ໃນ​ສຳ​ຄັນ

(VOVWORLD) -   ໃນສັບປະດາເຮັດວຽກສຸດທ້າຍ (ແຕ່ວັນທີ 24 – 29 ມິຖຸນາ) ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ໄດ້ດຳເນີນການລົງປະຊາມະຕິຮັບຮອງເອົາ ກົດໝາຍ, ມະຕິບາງສະບັບ.
ສັບ​ປະ​ດາ​ເຮັດ​ວຽກ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV: ລົງ​ປະ​ຊາ​ມະ​ຕິ​​ຮັບ​ຮອງ​ເອົາຫຼາຍ​ເນື້ອ​ໃນ​ສຳ​ຄັນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: TTXVN)

ຕາມນັ້ນແລ້ວ, ກົດໝາຍສະບັບຕ່າງໆໂດຍສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງ ລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງສານ ປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍທາງບົກ; ກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມທາງບົກ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະມູນຊັບສິນ; ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ລະດົມອຸດສາຫະກຳ, ກົດໝາຍວ່າດ້ວຍນະຄອນຫລວງ (ສະບັບປັບປຸງ)…

ຕາມລາຍການ, ໃນສັບປະດາເຮັດວຽກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍລວມມີ: ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍການ ທະບຽນສານ (ສະບັບປັບປຸງ), ກົດໝາຍວ່າດ້ວຍມໍລະດົກວັດນະທະທຳ (ສະບັບປັບປຸງ), ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄຟໄໝ້, ດັບເພິງ ແລະ ກູ້ໄພກູ້ຊີບ; ກົດໝາຍວ່າດ້ວຍການປ້ອງກັນອາກາດປະຊາຊົນ; ກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ; ກົດໝາຍວ່າດ້ວຍທໍລະນີສາດ ແລະ ບໍ່ແຮ່.

ຕອບກັບ

ຂ່າວ/ບົດ​ອື່ນ