ສືບລາຊະການລັບອາເມລິກາກ່າວຫາຈີນສືບຕໍ່ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ

ສືບລາຊະການລັບອາເມລິກາກ່າວຫາຈີນສືບຕໍ່ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 05/01 ວົງ​ການ​ການ​ນຳ​ປະຊາ​ຄົມ​ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ ​ໄດ້​ຖະ​ແຫຼ​ງວ່າ ລັດຖະບານ ຈີນ ສືບ​ຕໍ່​ບໍລິ​ຫານ​ບັນດາ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ທາງ​ເຄື​​ອຂ່າຍ​ອິນ​ເຕີ​ແນັດ ທີ່​ເລັ່ງ​ໃສ່ ອາ​ເມ​ລິ​ກາ, ກໍ່​ຄື​ບັນດາ​ບໍລິສັດ ​ແລະ ອົງການ​ຈັດ​ຕັ້ງ​ຕ່າງໆ​ຂອງ​ປະ​ເທດ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່ເລື່ອງ​ທ່ານ​ປະທານປະ​ເທດ ຈີນ ສີ​ຈິ້ນຜິ​ງ ​ເຫັນ​ດີ​ເປັນ​ເອກະ​ພາບ​ຢຸດຕິ​ບັນດາ​ການ​ກະທຳ​ຄື​ດັ່ງກ່າວ​ເມື່ອ​ປີ 2015. ຕາມ​ຖະ​ແຫຼ​ງການ​ຮ່ວມ ​ເຊິ່ງ​ໄດ້​ຮັບ​ການກະກຽມ​ໃຫ້ວາລະ​ອະພິປາຍ​ຂອງ​ການ​ນຳ​ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ 3 ທ່ານ​ຕໍ່​ກຳມາ​ທິການກຳລັງທະຫານ​ສະພາ​ສູງ ອາ​ເມ​ລິ​ກາ ລວມມີ: ທ່ານ James Clapper ຜູ້ອຳນວຍການ​ສືບ​ລາຊະການ​ລັບ​ແຫ່ງ​ຊາດ (DNI), ທ່ານ Marcel Lettre ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ດ້ານ​ສືບ​ລາຊະການ​ລັບ ​ແລະ ທ່ານ Michael Rogers ຜູ້​ອຳ​ນວຍ​ການ​ອົງການ​ຄວາມ​ສະຫງົບ​ແຫ່ງ​ຊາດ (NSA), ບັກ​ກີ​ງ ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ເລັ່ງ​ໃສ່​ລັດຖະບານ ອາ​ເມ​ລິ​ກາ, ບັນດາສຳພັນ​ທະ​ມິດ ​ແລະ ບໍລິສັດ ​ອາ​ເມ​ລິ​ກາ. ຕາມ​ເຈົ້າ​ໜ້າ​ທີ່ 3 ທ່ານ​ແລ້ວ ຈີນ ຍັງ​ຄົງ​ຢຸ​ດຕິ​ການ​ລົງທຶນ ​ແລະ ​ເພີ່ມ​ທະວີ​ຢ່າງ​ມີ​ປະສິດທິ​ຜົນ ຂອງ​ບັນດາ​ກຳລັງຄວາມ​ສາມາດ​ນຳ​ໃຊ້​ເຄືອ​ຂ້າ​ຍອິນ​ເຕີ​ແນັດ​​ໃຫ້ກາຍ​ເປັນ​ຂົງ​ເຂດ​ໜຶ່ງ ທີ່​ນັບ​ມື້​ນັບ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການພົບ​ເຫັນ ​ແລະ ສະກັດ​ກັ້ນ.

 

 

ຂ່າວ/ບົດ​ອື່ນ