ສປຊ ກາວປະນາມ ການບຸກໂຈມຕີກຳລັງ ຮັກສາສັນຕິພາບຢູ່ມາລີ

ສປຊ ກາວປະນາມ ການບຸກໂຈມຕີກຳລັງ ຮັກສາສັນຕິພາບຢູ່ມາລີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/12, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້ກາວ​ປະນາມ​ການ​ບຸກ​ໂຈມ​ຕີດ້ວຍ​ລົດ​ໂອ​ໂຕ​ຢູ່​ເທດສະບານ​ເມືອງ Kidal, ທິດຕາ​ເວັນ​ອອກສຽງ​ເໜືອ​ມາລີ ຢ່າງ​ແຮງ, ​ເຊິ່ງ​ເຮັດ​ໃຫ້​ນັກຮົບ 2 ຄົນ​ເສຍ​ຊີວິດ ​ແລະ ນັກຮົບ​ບາງ​ຄົນຂອງ​ກຳລັງ​ປະກອບ​ອາວຸດ​ມາລີ ​ຖືກ​ບາດ​ເຈັບ. ຄະນະຜູ້ຕາງ​ໜ້າປະສົມສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ໝັ້ນຄົງຢູ່​ມາລີ ​ໃຫ້​ຮູ້​ວ່າ ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ​ເມື່ອ​ບັນດາ​ກຳລັງ​ສະຫະ​ປະຊາ​ຊາດ ​ແລະ ມາລີ ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາທະນາຄານ​ແຫ່ງໜຶ່ງ​ຢູ່​ເທດສະບານ​ເມືອງ Kidal. ​ໃນ​ຄຳຖະ​ແຫຼງຂອງ​ຕົນ, ທ່ານ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ກາວ​ປະນາມ​​ບັນດາ​ການ​ບຸກ​ໂຕມຕີຢ່າງ​ຮຸນແຮງ ​ແລະ ຢືນຢັນ​ວ່າ ບັນດາ​ຜູ້​ກໍ່​ໃຫ້​ເກີດ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ການພິພາກສາ. ທ່ານ Ban Ki Moon ຢືນຢັນ​ຄື​ນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ການ​ຮັກສາ​​ໜ້າ​ທີ່​ໜູນ​ຊ່ວຍ​ປະຊາ​ຊົນ ​ແລະ ລັດຖະບານ​ມາລີ ​ເພື່ອສ້າງ​ພື້ນຖານ​ສັນຕິພາບ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ