ສ​ປ​ຊ ກ່າວ​ປະ​ນາມ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊູ​ດັງ

(VOVWORLD) -ບັນດາອົງການເຈົ້າໜ້າທີ່ຂອງ ຊູດັງ ໄດ້ດຳເນີນການສືບສວນທັນທີ, ຮອບດ້ານ, ຍຸຕິທຳ ແລະ ເອກະລາດຕໍ່ການບຸກໂຈມຕີ ແລະ ນຳເປົ້າໝາຍຕ້ອງຮັບຜິດຊອບຂຶ້ນສານພິພາກສາຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ.”
ສ​ປ​ຊ ກ່າວ​ປະ​ນາມ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊູ​ດັງ - ảnh 1ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (ພາບ: TTXVN)

ວັນທີ 27 ເມສາ, ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ໄດ້ກ່າວປະນາມເລື່ອງມີປະຊາຊົນເສຍຊີວິດນັບຫຼາຍຮ້ອຍຄົນ ຍ້ອນສະພາບການໃຊ້ຄວາມຮຸນແຮງແກ່ຍາວ 3 ວັນຜ່ານມາ ຢູ່ເຂດຕາເວັນຕົກ Darfur ຂອງ ຊູດັງ, ພ້ອມທັງຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງ “ຍຸຕິທຳ ແລະ ເອກະລາດ” ຕໍ່ການບຸກໂຈມຕີດັ່ງກ່າວ.

        ໃນຖະແຫຼງການສະບັບໜຶ່ງ, ທ່ານນາງ Michelle Bachelet ຮຽກຮ້ອງໃຫ້ເຈົ້າໜ້າທີ່ ຊູດັງ ປົກປ້ອງປະຊາຊົນຢູ່ເຂດຕາເວັນຕົກ Darfur, ພາຍຫຼັງເກີດການປະທະກັນຫຼາຍວັນລະຫວ່າງກຸ່ມ Arab ແລະ ບໍ່ແມ່ນ Arab ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 213 ຄົນ. ບັນດາອົງການເຈົ້າໜ້າທີ່ຂອງ ຊູດັງ ໄດ້ດຳເນີນການສືບສວນທັນທີ, ຮອບດ້ານ, ຍຸຕິທຳ ແລະ ເອກະລາດຕໍ່ການບຸກໂຈມຕີ ແລະ ນຳເປົ້າໝາຍຕ້ອງຮັບຜິດຊອບຂຶ້ນສານພິພາກສາຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ.”


ຕອບກັບ

ຂ່າວ/ບົດ​ອື່ນ