ສປຊ ກ່າວປະນາມເຫດຄາດຕະກຳຊາວອົບພະຍົບ 15 ຄົນຢູ່ລີບີ

(VOVWORLD) - ສປຊ ໄດ້ຮຽກຮ້ອງບັນດາເຈົ້າໜ້າທີ່ລີບີ ດຳເນີນການສືບສວນສອບສວນຢ່າງວ່ອງໄວ, ເອກະລາດ ແລະ ໂປ່ງໃສ.
ສປຊ ກ່າວປະນາມເຫດຄາດຕະກຳຊາວອົບພະຍົບ 15 ຄົນຢູ່ລີບີ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 9 ຕຸລາ, ຄະນະປະຕິບັດງານ ສປຊ ປະຈຳ ລີບີ (UNSMIL) ໄດ້ກ່າວປະນາມ “ເຫດຄາດຕະກຳທີ່ໂຫດຮ້າຍສາມານເຮັດໃຫ້ຢ່າງໜ້ອຍສຸດມີຊາວອົບພະຍົບ ແລະ ຊາວຂໍລິ້ໄຟ 15 ຄົນເສຍຊີວິດ” ຢູ່ນະຄອນ Sabratha (ທາງທິດຕາເວັນຕົກຂອງປະເທດນີ້), ພ້ອມທັງຮຽກຮ້ອງນຳຕົວການຂຶ້ນສານດຳເນີນຄະດີ. ວັນທີ 7 ຕຸລາ, ຊາກສົບຂອງຊາວອົບພະຍົບ 15 ຄົນ, ໃນນັ້ນສ່ວນຫຼາຍຖືກໄຟໄໝ້, ໄດ້ພົບເຫັນໃນຝັ່ງທະເລ Sabratha - ສະຖານທີ່ແຫ່ງໜຶ່ງຫ່າງຈາກນະຄອນຫຼວງ Tripoli 70 ກມ ແລະ ແມ່ນສະຖານທີ່ເລີ່ມເດີນທາງສຳຄັນຂອງຊາວອົບພະຍົບນັບພັນຄົນທີ່ຊອກຫາວິທີຂ້າມທະເລເພື່ອໄປຍັງ ອີຕາລີ ໃນແຕ່ລະປີ.

        ສປຊ ໄດ້ຮຽກຮ້ອງບັນດາເຈົ້າໜ້າທີ່ລີບີ ດຳເນີນການສືບສວນສອບສວນຢ່າງວ່ອງໄວ, ເອກະລາດ ແລະ ໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ