ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ວາງ​​ລະ​ເບີດ​ສະ​ຫຼະ​ຊີບ​ທີ່ນອງ​ເລືອດ​ຢູ່ ປາ​ກິດ​ສະ​ຖານ

(VOVWORLD) -ບັນດາປະເທດກຳມະການ ສະພາຄວາມໝັ້ນຄົງ ສປຊ ຖືວ່າ ຕ້ອງນຳຕົວການ, ເປົ້າໝາຍ, ອົງການ ແລະ ຜູ້ທີ່ໜູນຫຼັງແກ່ການກໍ່ການຮ້າຍນີ້ມາດຳເນີນຄະດີ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ຮ່ວມມືກັບ ປາກິດສະຖານ ຢ່າງຕັ້ງໜ້າ. 
ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ວາງ​​ລະ​ເບີດ​ສະ​ຫຼະ​ຊີບ​ທີ່ນອງ​ເລືອດ​ຢູ່ ປາ​ກິດ​ສະ​ຖານ - ảnh 1ກຳລັງເຈົ້າໜ້າທີ່ລົງກວດກາສະຖານທີ່ເກີດເຫດ (ພາບ: AFP/TTXVN)

ວັນທີ 6 ມີນາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 4 ມີນາ ຢູ່ໂບດ ອິດສະລາມ Koocha Risaldar ຢູ່ນະຄອນ Peshawar, ທາງທິດຕາເວັນຕົກສ່ຽງເໜືອ ປາກິດສະຖານ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 63 ຄົນ ແລະ ຜູ້ຮັບບາດເຈັບເກືອບ 200 ຄົນ.

ໃນຖະແຫຼງການກ່າວປະນາມ, ບັນດາປະເທດກຳມະການ ສະພາຄວາມໝັ້ນຄົງ ສປຊ ຖືວ່າ ຕ້ອງນຳຕົວການ, ເປົ້າໝາຍ, ອົງການ ແລະ ຜູ້ທີ່ໜູນຫຼັງແກ່ການກໍ່ການຮ້າຍນີ້ມາດຳເນີນຄະດີ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ຮ່ວມມືກັບ ປາກິດສະຖານ ຢ່າງຕັ້ງໜ້າ. ສະພາຄວາມໝັ້ນຄົງ ສປຊ ໄດ້ຢັ້ງຢືນຄືນໃໝ່ວ່າ ລັດທິກໍ່ການຮ້າຍບໍ່ວ່າດ້ວຍຮູບການໃດ ກໍ່ລ້ວນແຕ່ແມ່ນໜຶ່ງໃນບັນດາໄພນາບຂູ່ທີ່ຮ້າຍແຮງທີ່ສຸດສຳລັບຄວາມໝັ້ນຄົງ ແລະ ສັນຕິພາບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ