ສ​ປ​ຊ ​ກ່າວ​ເຕືອນ​ຄວາມ​ສ່ຽງ​ ເກີດຄວາມ​ເຄັ່ງ​ຕຶງ​ຢູ່ Jerusalem ຕາ​ເວັນ​ອອກ ແລະ ຝັ່ງ​ຕາ​ເວັນ​ຕົກ ແມ່​ນຳ​ຈໍ​ແດນ ​ອາດ​ຈະຄວບ​ຄຸມ​ບໍ່​ໄດ້

(VOVWORLD) -ວັນທີ 6 ພຶດສະພາ, ທ່ານ Tor Wennesland ທູດພິເສດຂອງ ສປຊ ກ່ຽວກັບວິວັດການສ້າງສັນຕິພາບ ຢູ່ພາກຕາເວັນອອກກາງ ໄດ້ສະແດງຄວາມ ວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ໜ້າສະພາບການຄວາມເຄັ່ງຕຶງທີ່ພວມປິ່ນຂັ້ນໄດ ຢູ່  Jerusalem ຕາເວັນອອກ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນຊຸມອາທິດມໍ່ໆມານີ້.
ສ​ປ​ຊ ​ກ່າວ​ເຕືອນ​ຄວາມ​ສ່ຽງ​ ເກີດຄວາມ​ເຄັ່ງ​ຕຶງ​ຢູ່ Jerusalem ຕາ​ເວັນ​ອອກ ແລະ ຝັ່ງ​ຕາ​ເວັນ​ຕົກ ແມ່​ນຳ​ຈໍ​ແດນ ​ອາດ​ຈະຄວບ​ຄຸມ​ບໍ່​ໄດ້ - ảnh 1ທ່ານ Tor Wennesland ທູດພິເສດຂອງ ສປຊ ກ່ຽວກັບວິວັດການສ້າງສັນຕິພາບ ຢູ່ພາກຕາເວັນອອກກາງ (ພາບ: Prensa Latina)

ທ່ານ Wennesland ໄດ້ສະແດງຄວາມວິຕົກກັງວົນຕໍ່ໜ້າຂໍ້ມູນທີ່ວ່າ: ມີເຍົາວະຊົນປາແລັດສະຕິນ ຄົນໜຶ່ງຖືກເສຍຊີວິດ ໃນການປະທະກັນກັບ ກຳລັງປ້ອງກັນ ອິດສະລາແອນ (IDF), ເຫດການແມ່ຍິງຄົນໜຶ່ງ ຖືກຍິງເສຍຊີວິດ ເມື່ອມີກົນອຸບາຍບຸກໂຈມຕີທະຫານ ອິດສະລາແອັນ ດ້ວຍມີດ, ກໍ່ຄືເຫດຍິງປືນຈາກລົດໂອໂຕຢູ່ຝັ່ງຕາເວັນຕົກແມ່ນຳຈໍແດນ ໂດຍໄດ້ເຮັດໃຫ້ຊາວອິດສະລາແອັນ ໜຶ່ງຄົນເສຍຊີວິດ ແລະ 2 ຄົນໄດ້ຮັບບາດເຈັບ.

ທ່ານທູດພິເສດ ສປຊ ໄດ້ຊີ້ແຈ້ງວ່າ ກຳລັງປ້ອງກັນຄວາມສະຫງົບ ອິດສະລາແອນ ຕ້ອງອົດກັ້ນທີ່ສຸດ ແລະ ນຳໃຊ້ພຽງແຕ່ອຸປະກອນທີ່ເຮັດໃຫ້ບາດເຈັບ ໃນກໍລະນີທີ່ຈຳເປັນທີ່ສຸດ ເພື່ອແນໃສ່ປົກປ້ອງຊີວິດອິນຊີຂອງມະນຸດ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາການນຳດ້ານການເມືອງ, ສາສະໜາ ແລະ ປະຊາຄົມຂອງທັງສອງຝ່າຍພ້ອມກັນສະກັດກັ້ນ ແລະ ອົດກັ້ນບໍ່ໃຫ້ມີບັນດາການກະທຳທີ່ໃຊ້ຄວາມຮຸນແຮງ ແລະ ບັນດາຄຳເວົ້າກໍ່ກວນຍຸແຍ່, ຫຼີກລ້ຽງສະພາບການທີ່ອາດຈະບໍ່ສາມາດຄວບຄຸມບໍ່ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ