ສ​ປ​ຊ ກ່າວ​ເຕືອນ​ຄວາມ​ສ່ຽງການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເພີ່ມ​ຂຶ້ນ

(VOVWORLD) - ວັນທີ 8 ມີນາ, ທ່ານ Tor Wennesland ທູດພິເສດ ສປຊ ຮັບຜິດຊອບພາກພື້ນ ຕາເວັນອອກກາງ ໄດ້ກະຕຸກຊຸກຍູ້ ອິດສະຣາແອັນ ແລະ ປາແລັດສະຕິນ ຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ສ​ປ​ຊ ກ່າວ​ເຕືອນ​ຄວາມ​ສ່ຽງການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເພີ່ມ​ຂຶ້ນ - ảnh 1ການປະທະກັນລະຫວ່າງ ປາແລັດສະຕິນ ແລະ ທະຫານ ອິດສະຣາແອັນ ຢູ່ນະຄອນ Nablus, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ວັນທີ 22/12/2022 (ພາບ: AFP/TTXVN)

ທ່ານ  Tor Wennesland ກ່າວເຕືອນວ່າ ອິດສະຣາແອັນ ແລະ ປາແລັດສະຕິນ ພວມຖືກດຶງເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ແລະ ສິ່ງດັ່ງກ່າວຕ້ອງຢຸດຕິໃນທັນທີ. ທ່ານໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຄວນອົດກັ້ນ, ຫຼີກລ້ຽງບັນດາການກະທຳເກາະຜິດ ແລະ ຄຳເວົ້າທີ່ມີລັກສະນະຍຸແຫຍ່ແກ່ດຶງ; ຊຸກຍູ້ສອງຝ່າຍຊອກຫາວິທີປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນຄວາມເຄັ່ງຕຶງທີ່ໄດ້ເອກະພາບກັນຢູ່ ຈໍແດນ ໃນເດືອນກ່ອນໃຫ້ປະກົດຜົນເປັນຈິງ  ເພື່ອແນໃສ່ມຸ່ງໄປເຖິງມາດຕະການສັນຕິພາບລວມ.

        ສປຊ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງ ກອງທັບ ອິດສະຣາແອັນ ດຳເນີນເຫດບຸກໂຈມຕີແບບກະທັນຫັນຢູ່ນະຄອນ Jenin ໃນວັນທີ 7 ມີນາ, ເຮັດໃຫ້ມີຊາວປາແລັດສະຕິນ 6 ຄົນ ເສຍຊີວິດ. ທ່ານ  Nabil Abu Rudeineh ໂຄສົກຫ້ອງວ່າການປະທານາທິບໍດີ ປາແລັດສະຕິນ ຖືວ່າ ລັດຖະບານ ອິດສະຣາແອັນ ຕ້ອງມີຄວາມຮັບຜິດຊອບກ່ຽວກັບການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຊ້ຳບໍ່ໜຳ ມີຄວາມສ່ຽງມ້າງທຳລາຍທຸກຄວາມມານະພະຍາຍາມກ່ອນໜ້ານັ້ນ ເພື່ອແນໃສ່ຟື້ນຟູສະຖຽນລະພາບຄືນໃໝ່.


 

ຕອບກັບ

ຂ່າວ/ບົດ​ອື່ນ