ສ​ປ​ຊ ກ່າວ​ເຕືອນ​ວິ​ນາດ​ສະ​ກຳ​ມະ​ນຸດ​ສະ​ທຳ ຢູ່ ຊູ​ດັງ

(VOVWORLD) - ສະພາບການຢູ່ ຊູດັງ ໃນປັດຈຸບັນ ນັບມື້ນັບເກີນຂອບເຂດຄວບຄຸມແລ້ວ. ນັບແຕ່ເມື່ອການປະທະກັນເກີດຂຶ້ນ, ມີປະຊາຊົນ ຊູດັງ ກວ່າ 4,3 ລ້ານຄົນ ຕ້ອງປະລະເຮືອນຊານ ໄປລີ້ໄພ. ການປະທະກັນເຮັດໃຫ້ມີຫຼາຍກວ່າ 4.000 ຄົນ ເສຍຊີວິດ. 
ສ​ປ​ຊ ກ່າວ​ເຕືອນ​ວິ​ນາດ​ສະ​ກຳ​ມະ​ນຸດ​ສະ​ທຳ ຢູ່ ຊູ​ດັງ - ảnh 1ປະຊາຊົນ ຊູດັງ ໄປລີ້ໄພ, ວັນທີ 5 ພຶດສະພາ 2023 (ພາບ: AFP/TTXVN)

ຖະແຫຼງການຮ່ວມຂອງອົງການ ສປຊ ໄດ້ຍົກອອກມາໃນວັນທີ 15 ສິງຫາ, ໄດ້ກ່າວເຕືອນວ່າ ປະຊາຊົນ ຊູດັງ ນັບລ້ານຄົນ ພວມປະເຊີນໜ້າກັບສະພາບວິກິດການຢູ່ ປະເທດ ອາຟະລິກາ ທີ່ໄດ້ແກ່ຍາວຕະຫຼອດ 4 ເດືອນຜ່ານມາ ແລະ ຍັງບໍ່ມີສັນຍານຫຼຸດລົງເທື່ອ.

        ຖະແຫຼງການໄດ້ເນັ້ນໜັກວ່າ ສະພາບການຢູ່ ຊູດັງ ໃນປັດຈຸບັນ ນັບມື້ນັບເກີນຂອບເຂດຄວບຄຸມແລ້ວ. ນັບແຕ່ເມື່ອການປະທະກັນເກີດຂຶ້ນ, ມີປະຊາຊົນ ຊູດັງ ກວ່າ 4,3 ລ້ານຄົນ ຕ້ອງປະລະເຮືອນຊານ ໄປລີ້ໄພ. ການປະທະກັນເຮັດໃຫ້ມີຫຼາຍກວ່າ 4.000 ຄົນ ເສຍຊີວິດ. ສປຊ ຄາດວ່າ ປະຊາຊົນ ຊູດັງ ເກືອບ 25 ລ້ານຄົນ, ໃນນັ້ນ ເຄິ່ງໜຶ່ງແມ່ນເດັກນ້ອຍ ພວມຕ້ອງການການຮັບ ຊ່ວຍເຫຼືອມະນຸດສະທຳ. ເຖິງຢ່າງໃດກໍຕາມ, ໄລ່ມາຮອດປັດຈຸບັນ, ສປຊ ແລະ ບັນດາຄູ່ຮ່ວມມື ຫາກໍຊ່ວຍເຫຼືອໄດ້ 3 ລ້ານຄົນ ເທົ່ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ