ສ​ປ​ຊ ກ່າວ​ເຕືອນ​ວ່າ ເຄິ່ງ​ໜຶ່ງ​ຂອງ​ປະ​ຊາ​ກອນ​ໂລກ ຈະໄດ້​ຮັບ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສະ​ພາບ​ການຊ​ຸດ​ໂຊມ​ຂອງດິນ​

(VOVWORLD) -ມີດິນ 40% ແຜ່ນບໍ່ສາມາດນຳໃຊ້ໄດ້ ແລະ ເຄິ່ງໜຶ່ງປະຊາກອນໃນທົ່ວໂລກ ຈະຕ້ອງປະເຊີນໜ້າກັບຜົນຮ້າຍຕາມມາ.
ສ​ປ​ຊ ກ່າວ​ເຕືອນ​ວ່າ ເຄິ່ງ​ໜຶ່ງ​ຂອງ​ປະ​ຊາ​ກອນ​ໂລກ ຈະໄດ້​ຮັບ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສະ​ພາບ​ການຊ​ຸດ​ໂຊມ​ຂອງດິນ​ - ảnh 1ພາບປະກອບ: AP.

ໃນບົດລາຍງານ “ແງ່ຫວັງດິນແດນທົ່ວໂລກ” ປະກາດໃນວັນທີ 27 ເມສາ, ສປຊ  ໄດ້ກ່າວເຕືອນວ່າ ສະພາບ ດິນຊຸດໂຊມ ພວມເພີ່ມຂຶ້ນ ຍ້ອນການທຳລາຍປ່າ ແລະ ວິວັດການຫັນເປັນຕົວເມືອງທີ່ເກີດຂຶ້ນໃນທົ່ວໂລກ. ບັນດານັກໄຈ້ແຍກມີຄວາມວິຕົກກັງວົນ ໃນປີ 2050 ພວມເຮົາຈະເຫັນ  ດິນຊຸດໂຊມ16 ລ້ານກີໂລຕາແມັດ , ເຊິ່ງເທົ່າກັບເນື້ອທີ່ດິນຂອງພາກພື້ນອາເມລິກາໃຕ້. ໝາຍຄວາມວ່າ ມີດິນ 40% ແຜ່ນບໍ່ສາມາດນຳໃຊ້ໄດ້ ແລະ ເຄິ່ງໜຶ່ງປະຊາກອນໃນທົ່ວໂລກ ຈະຕ້ອງປະເຊີນໜ້າກັບຜົນຮ້າຍຕາມມາ.

ໃນບົດລາຍງານ, ບັນດານັກຊ່ຽວຊານ ໄດ້ກ່າວເຕືອນວ່າ ດິນ - ມໍລະດົກທຳມະຊາດ ມີມຸນຄ່າດ້ານເສດຖະກິດ ຕາມການຄາດຄະເນແມ່ນຂຶ້ນເຖິງ 44.000 ຕື້ USD, ເທົ່າກັນກັບເຄິ່ງໜຶ່ງຂອງ GDP ທົ່ວໂລກ, ຈະເສຍຫາຍ ຖ້າຫາກວ່າ ບໍ່ປ່ຽນແປງບັນຫາວິວັດການຫັນເປັນຕົວເມືອງ, ທຳລາຍປ່າ, ການເຄື່ອນໄຫວກະສິກຳ ແລະ ສະບຽງອາຫານໃນປັດຈຸບັນ .

ຕອບກັບ

ຂ່າວ/ບົດ​ອື່ນ