ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເລື່ອງ ສ​ປ​ປ.ເກົາຫຼີ ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາ​ກ​ກຳ​ປັ່ນ​ດຳ​ນ້ຳ, ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ ເຈ​ລະ​ຈາ​ໂດຍ​ໄວ

(VOVWORLD) -ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາ ຫວຽດນາມ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມລັບດ່ວນ ກ່ຽວກັບ ສປປ.ເກົາຫຼີ, ພາຍຫຼັງ 1 ວັນ ທີ່ສຳນັກຂ່າວສານຂອງປະເທດນີ້ ໄດ້ຍົກອອກຂໍ້ມູນວ່າ ເຂົາເຈົ້າໄດ້ປະຕິບັດສຳເລັດການທົດລອງຍິງລູກສອນໄຟນຳວິຖີຈາກກຳປັ່ນດຳນ້ຳ.

ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເລື່ອງ ສ​ປ​ປ.ເກົາຫຼີ ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາ​ກ​ກຳ​ປັ່ນ​ດຳ​ນ້ຳ, ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ ເຈ​ລະ​ຈາ​ໂດຍ​ໄວ - ảnh 1ການຍິງທົດລອງ ລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ : YONHAP/TTXVN 

ຕາມນັກຂ່າວສຳນັກຂ່າວສານ ຂອງ ຫວຽດນາມ ຢູ່ສປຊ ແລ້ວ, ແຫຼ່ງຂ່າວຈາກການທູດ ໃຫ້ຮູ້ວ່າ ບໍ່ມີສະມາຊິກໃດຂອງ ສປຊ ສະເໜີອອກຖະແຫຼງການຮ່ວມມືພາຍຫຼັງກອງປະຊຸມ. 3 ປະເທດກຳມະການຖາວອນ ຂອງ ສະພາຄວາມໝັ້ນຄົງ ສປຊ ແມ່ນ ອາເມລິກາ, ອັງກິດ, ຝລັ່ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, 3 ປະເທດນີ້ ຈະຊຸກຍູ້ການປະຕິບັດຄຳສັ່ງລົງໂທດຕໍ່ ສປປ.ເກົາຫຼີ ຢ່າງເຂັ້ມງວດກ່ວາອີກ. ໃນຂະນະນັ້ນ, ສອງປະເທດ ກຳມະການຖາວອນ ທີ່ຍັງເຫຼືອແມ່ນ ຈີນ ແລະ ລັດເຊຍ ບໍ່ໄດ້ປະກອບຄຳເຫັນ.

ແລກປ່ຽນກັບສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ພາຍຫຼັງສິ້ນສຸດກອງປະຊຸມ, ຜູ້ຕາງໜ້າ ຫວຽດນາມ ໃຫ້ຮູ້ວ່າ ໃນນາມແມ່ນກຳມະການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ແບ່ງປັນຄວາມວິຕົກກັງວົນ ຂອງ ບັນດາປະເທດ ກ່ຽວກັບບັນຫາ ສປປ.ເກົາຫຼີ ຍັງທົດລອງລູກສອນໄຟ ໃນວັນທີ 19 ຕຸລາ, ຫວຽດນາມ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງ ຫຼີກລ້ຽງການກະທຳທີ່ສ້າງຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ, ພ້ອມກັນນັ້ນກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການເຊື່ອມຕໍ່ການເຈລະຈາ ໃຫ້ໄວເທົ່າທີ່ຈະເຮັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ