ສ​ປ​ຊ ຈັດ​ສົ່ງ​ຄະ​ນະ​ປະ​ຕິ​ບັດ​ງານ ໄປ​ຍັງ Nagorny – Karabakh ເພື່ອຕີ​ລາ​ຄາ​ຄວາມ​ຕ້ອງ​ການ​ດ້ານ​ມະ​ນຸດ​ສະ​ທຳ​

(VOVWORLD) - ສປຊ ແລະ ລັດຖະບານ Azerbaijan ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ຄະນະປະຕິບັດງານຂອງ ສປຊ ໄປຍັງ ເຂດ Nagorny – Karabakh ໃນວັນທີ 1 ຕຸລາ.
ສ​ປ​ຊ ຈັດ​ສົ່ງ​ຄະ​ນະ​ປະ​ຕິ​ບັດ​ງານ ໄປ​ຍັງ Nagorny – Karabakh ເພື່ອຕີ​ລາ​ຄາ​ຄວາມ​ຕ້ອງ​ການ​ດ້ານ​ມະ​ນຸດ​ສະ​ທຳ​ - ảnh 1ພາບປະກອບ:  AFP/TTXVN 

ວັນທີ 29 ກັນຍາ, ໂຄສົກຂອງ ສປຊ ໃຫ້ຮູ້ວ່າ ອົງການນີ້ຈະຈັດສົ່ງຄະນະປະຕິບັດງານ ໄປຍັງເຂດດິນແດນ Nagorny – Karabakh ໂດຍໄວເພື່ອຕີລາຄາຄວາມຕ້ອງການດ້ານມະນຸດສະທຳ. ຕາມທ່ານ Stephane Dujarric, ໂຄສົກຂອງ ທ່ານເລຂາທິການໃຫຍ່ ສປຊ ແລ້ວ ດ້ວຍພາລະກຳຂອງຄະນະນີ້, ສປຊ ຈະໄດ້ເຂົ້າເຖິງ ເຂດ Nagorny – Karabakh ເປັນຄັ້ງທຳອິດ ໃນໄລຍະ 30 ປີຜ່ານມາ. ສປຊ ແລະ ລັດຖະບານ Azerbaijan ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ຄະນະປະຕິບັດງານຂອງ ສປຊ ໄປຍັງ ເຂດ Nagorny – Karabakh ໃນວັນທີ 1 ຕຸລາ. ຄະນະປະຕິບັດງານ ສປຊ ມີສະມາຊິກ 12 ຄົນ ໂດຍ ຫ້ອງວ່າການປະສານງານ ບັນດາບັນຫາດ້ານມະນຸດສະທຳ ຂອງ ສປຊ ນຳໜ້າ ຈະຕີລາຄາຄວາມຕ້ອງການຂອງປະຊາຊົນຢູ່ເຂດດິນແດນນີ້ ກໍຄືຂອງຜູ້ທີ່ມີຄວາມຕ້ອງການເດີນທາງອອກຈາກເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ