ສປຊ ຊຸກຍູ້ການຮັບຮອງເອົາສົນທິສັນຍາວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຢູ່ເຂດທະເລສາກົນ

(VOVWORLD) - ທ່ານນາງ Minna Epps, ຜູ້ອຳນວຍການກຸ່ມມະຫາສະໝຸດຂອງ ສະຫະພັນອະນຸລັກຮັກສາສິ່ງແວດລ້ອມ ເນັ້ນໜັກວ່າ “ນີ້ແມ່ນຈຸດເວລາປະຫວັດສາດ”

ສົນທິສັນຍາສາກົນສະບັບທຳອິດໃນໂລກກ່ຽວກັບການປົກປ້ອງບັນດາເຂດທະເລສາກົນ, ຄາດວ່າຈະໄດ້ຮັບຮອງເອົາທີ່ສະຫະປະຊາຊາດ ໃນວັນຈັນ, ວັນທີ 19 ມິຖຸນາຈະມາເຖິງ, ເປັນຂີດໝາຍບາດກ້າວໃຫຍ່ສຳລັບສົນທິສັນຍາກ່ຽວກັບສິ່ງແວດລ້ອມນີ້ ພາຍຫຼັງການປຶກສາຫາລືເປັນເວລາ 15 ປີ. ສົນທິສັນຍາຈະສ້າງຂອບນິຕິກຳໃຫ້ແກ່ການເປີດກ້ວາງຂອບເຂດການປົກປັກຮັກສາສິ່ງແວດລ້ອມ ອອກສູ່ບັນດາເຂດທະເລສາກົນ, ເຊິ່ງກວມເອົາ 60% ເນື້ອທີ່ບັນດາມະຫາສະໝຸດໃນໂລກ. ທ່ານນາງ Minna Epps, ຜູ້ອຳນວຍການກຸ່ມມະຫາສະໝຸດຂອງ ສະຫະພັນອະນຸລັກຮັກສາສິ່ງແວດລ້ອມ ເນັ້ນໜັກວ່າ “ນີ້ແມ່ນຈຸດເວລາປະຫວັດສາດ”, ພິເສດແມ່ນຍ້ອນໄລຍະເວລາ ແລະ ກຳລັງແຮງທີ່ໄດ້ທຸມເທເພື່ອບັນລຸຄວາມເຫັນດີເຫັນພ້ອມລວມ.

        ພາຍຫຼັງການປຶກສາຫາລືເປັນເວລາ 15 ປີ ແລະ ການເຈລະຈາທາງການ 4 ປີ, ເດືອນ ມີນາ ຜ່ານມາ, ບັນດາປະເທດສະມາຊິກ ສປຊ ໄດ້ເຫັນດີເປັນເອກະພາບກ່ຽວກັບສົນທິສັນຍານີ້. ພາຍຫຼັງທີ່ ສປຊ ຮັບຮອງເອົາ, ສົນທິສັນຍາຕ້ອງໄດ້ຮັບການໃຫ້ສັດຕະຍາບັນຢ່າງໜ້ອຍສຸດ 60 ປະເທດສະມາຊິກ ສປຊ ເພື່ອມີຜົນບັງຄັບໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ