ສ​ປ​ຊ ຊົມ​ເຊີຍ ອາ​ຊຽນ ແກ້​ໄຂ​ການ​ຍາດ​ຊິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັ​ນ​ຕິ​ວິ​ທີ

(VOVWORLD) - ທີ່ການປະຊຸມ, ບັນດາປະເທດອາຊຽນ ແລະ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບບັນດາບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະ ສປຊ.
ສ​ປ​ຊ ຊົມ​ເຊີຍ ອາ​ຊຽນ ແກ້​ໄຂ​ການ​ຍາດ​ຊິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັ​ນ​ຕິ​ວິ​ທີ - ảnh 1

 (ພາບ: VOV Indonesia)

  ວັນທີ 1 ກັນຍາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການປະຊຸມລະຫວ່າງບັນດາຄະນະກຳມະການປະຈຳ ອາຊຽນ (CPR)  ກັບ ສປຊ ຕາມຮູບການທາງອອນລາຍ.

   ທີ່ການປະຊຸມ, ບັນດາປະເທດອາຊຽນ ແລະ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບບັນດາບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະ ສປຊ, ໃນນັ້ນມີການຮັກສາການສຳຜັດຂັ້ນສູງຢູ່ບັນດາກອງປະຊຸມຂັ້ນສູງຂອງອາຊຽນ ກັບບັນດາຄູ່ຮ່ວມມື ແລະ ຂັ້ນລັດຖະມົນຕີ ເນື່ອງໃນໂອກາດບັນດາສະໄໝປະຊຸມຂອງສະມັດຊາໃຫ່ຍ ສປຊ.

 ບັນດາຜູ້ແທນໃນການປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການຮັບມືກັບໂລກລະບາດໂຄວິດ 19. ສປຊ ສະແດງຄວາມສະໜັບສະໜູນບັນດາຂໍ້ລິເລີ່ມຂອງອາຊຽນ, ຢາກໜູນຊ່ວຍອາຊຽນ ຫຼາຍກ່ວາອີກໃນການຜັນຂະຫຍາຍ ຂອບການຟື້ນຟູຫຼັງໂລກລະບາດໂຄວິດ 19ຂອງ ອາຊຽນ.

ສປຊ ຊົມເຊີຍ ອາຊຽນ ໄດ້ແກ້ໄຂການຍາດຊິງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນ, ລວມທັງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ