ສ​ປ​ຊ ຕີ​ລາ​ຄາ ບົດ​ບາດ​ສຳ​ຄັນ​ຂອງ ຊາວ​ອົບ​ພະ​ຍົບ ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ເວທີປາໄສຈະກວດກາການປະຕິບັດສົນທິສັນຍາທົ່ວໂລກ ກ່ຽວກັບການອົບພະຍົບຢ່າງປອດໄພ, ມີລະບອບລະບຽບການ ແລະ ເປັນປະຈຳ, ປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການອົບພະຍົບ. ໝາກຜົນຂອງການປຶກສາຫາລືຢູ່ເວທີປາໄສນີ້ ຈະໄດ້ຍົກອອກມາຢູ່ ເວທີປາໄສຕີລາຄາການອົບພະຍົບສາກົນເຊິ່ງຄາດວ່າຈະຈັດຂຶ້ນໃນປີ 2022.
ສ​ປ​ຊ ຕີ​ລາ​ຄາ ບົດ​ບາດ​ສຳ​ຄັນ​ຂອງ ຊາວ​ອົບ​ພະ​ຍົບ ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ - ảnh 1ພາບປະກອບ: AP

ວັນທີ 10 ມີນາ, ບັນດາເຈົ້າໜ້າທີ່ ສປຊ ໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນສຳຄັນຂອງ ຊາວອົບພະຍົບຕໍ່ບັນດາພື້ນຖານເສດຖະກິດ ແລະ ສັງຄົມ ຢູ່ອາຊີ - ປາຊີຟິກ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນຮັບປະກັນຊາວອົບພະຍົບທຸກຄົນ ໃຫ້ໄດ້ນຳເຂົ້າໂຄງການສັກວັກຊິນກັນໂຄວິດ - 19 ຂອງປະເທດປະຈຳຖິ່ນ.

        ການຕີລາຄາດັ່ງກ່າວ ໄດ້ຍົກອອກມາຢູ່ເວທີປາໄສພາກພື້ນ ຂອງ ສປຊ ກ່ຽວກັບບັນຫາອົບພະຍົບ, ເຊິ່ງດຳເນີນແຕ່ວັນທີ 10 - 12 ມີນາ, ພາຍໃຕ້ຮູບການທາງອອນລາຍ, ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງທີ່ມາຈາກບັນດາປະເທດສະມາຊິກຂອງ ຄະນະກຳມະການເສດຖະກິດ ແລະ ສັງຄົມ ສປຊ ກ່ຽວກັບອາຊີ ປາຊີຟິກ (ESCAP), ອົງການຈັດຕັ້ງສາກົນ, ອົງການຜູ້ຕາງໜ້າຜູ້ອອກແຮງງານເຂົ້າເມືອງຕັ້ງຖິ່ນຖານ ແລະ ບັນດາອົງການຈັດຕັ້ງຂອງ ສປຊ.

ເວທີປາໄສຈະກວດກາການປະຕິບັດສົນທິສັນຍາທົ່ວໂລກ ກ່ຽວກັບການອົບພະຍົບຢ່າງປອດໄພ, ມີລະບອບລະບຽບການ ແລະ ເປັນປະຈຳ, ປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການອົບພະຍົບ. ໝາກຜົນຂອງການປຶກສາຫາລືຢູ່ເວທີປາໄສນີ້ ຈະໄດ້ຍົກອອກມາຢູ່ ເວທີປາໄສຕີລາຄາການອົບພະຍົບສາກົນເຊິ່ງຄາດວ່າຈະຈັດຂຶ້ນໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ