ສປຊ ຕີລາຄາສູງການປະກອບສ່ວນ ຂອງບັນດາຊາວຕ່າງປະເທດທີ່ໜຸ່ມແໜ້ນ ຢູ່ຫຼາຍປະເທດ

ສປຊ ຕີລາຄາສູງການປະກອບສ່ວນ ຂອງບັນດາຊາວຕ່າງປະເທດທີ່ໜຸ່ມແໜ້ນ ຢູ່ຫຼາຍປະເທດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon
(ພາບປະກອບ)

(vovworld) – ວັນ​ຊາວ​ໜຸ່ມສາກົນ (12/8) ປີ​ນີ້, ສະຫະ​ປະຊາ​ຊາດ​​ໄດ້​ສະ​ເຫຼີ​ມສະຫຼອງ​ເພື່ອ​ຮັບ​ຮູ້​ນ້ຳ​ໃຈ​ຜ່ານ​ຜ່າ​ຄວາມທຸກ​ຍາກ, ລຳບາກ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ວິວັດ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ກໍ່​ຄື​ບັນດາ​ການ​ປະກອບ​ສ່ວນ​ຂອງ​​ຊາວ​ໜຸ່ມ​ອາ​ໄສ​ຢູ່​ປະ​ເທດຕ່າງໆ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງ​ຄົມ​ຂອງ​​ບັນດາ​ປະ​ເທດ, ບ່ອນ​ທີ່​ເຂົາ​ເຈົ້າ​ພວມ​ຢູ່​ອາ​ໄສ. ​ເນື່ອງ​ໃນ​ເຫດການ​ນີ້, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ສົ່ງສານ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ “ຊາວ​​ໜຸ່ມ​ອາ​ໄສ​ຢູ່​ປະ​ເທດ​ຕ່າງໆ ​ແລະ ວິວັດ​ການ​ພັດທະນາ” ​ໂດຍ​ຄະນະ​ກຳມະການ​ເສດຖະກິດ - ສັງຄົມ​ຂອງ​ສະຫະ​ປະຊາຊາ​ດສົມທົບ​ກັບ​ອົງການ​ແຮງ​ງານ​ສາກົນ (ILO) ພ້ອມ​ກັນ​ຈັດ​ຕັ້ງ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ຢູ່ ນິວຢອກ, ​ແຫ່ງ​ປະ​ເທດ ອາ​ເມ​ລິ​ກາ. ທ່ານ Ban Ki Moon ​ເນັ້ນ​ໜັກ​ພິ​ເສດ​ເຖິງ​ບັນດາ​ການ​ປະກອບສ່ວນອັນ​​ໃຫຍ່​ຫຼວງ​ຂອງຊາວ​ໜຸ່ມ​ຢູ່​ປະ​ເທດ​ຕ່າງໆ​ທີ່​ມີ​ຕໍ່​ວິວັດ​ການ​ພັດທະນາ​ເສ​ດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ບັນດາ​ປະ​ເທດ​ບ່ອນ​ທີ່​ບັນດາ​ຊາວ​ໜຸ່ມ​ຜູ້​ນີ້​ອອກ​​ເດີນທາງ, ນັບ​ທັງ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ອາ​ໄສ ​ແລະ ບັນດາ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່ອາ​ໄສ​ຊົ່ວ​ຄາວ. ຕາມ​ທ່ານ​ແລ້ວ, ມີ​ຫຼາຍ​ຄົນ​ໃນ​ຈຳນວນ​ເຂົາ​ເຈົ້າ, ນອກຈາກ​ເລື່ອງ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​​ແກ່ “ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ 2”,  ຍັງ​ຄົງ​ນຳ​ບັນດາ​ບົດຮຽນ​ໃນ​ການ​ດຳລົງ​ຊີວິດ, ບົດຮຽນ​ໃນ​ວຽກ​ເຮັດ​ງານ​ທຳ ກໍ່​ຄື​ແນວ​ຄວາມ​ຄິດ, ບັນດາ​ຄວາມກ້າວ​ໜ້າດ້ານ​ວິທະຍາສາດ, ​ເຕັກນິກ​ທີ່​ສະ​ສົມ​ມາ​ໄດ້​ໃນ​ໄລຍະຢູ່ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ເພື່ອ​ປະກອບສ່ວນ​ກໍ່ສ້າງ ​ແລະ ພັດທະນາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ສປຊ ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ ​ແລະ ທຸກໆ​ປະຊາ​ຄົມ​ພ້ອ​ມກັນ​ເອົາ​ໃຈ​ໃສ່, ​ແບ່ງ​ປັນ​ກັບ​ຊາວ​ຕ່າງດ້າວ​, ​ໃນ​ນັ້ນ​ມີ​ບັນດາ​ຊາວ​ໜຸ່ມປະ​ເທດ​ຕ່າງໆ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ການ​ດຳລົງ​ຊີວິດ​ເປັນ​ປົກກະຕິ ​ແລະ ພ້ອມ​ກັນ​ພັດທະນາ.

 

 

ຂ່າວ/ບົດ​ອື່ນ