ສປຊ ຕຳນິຕິຕຽນ ອິດສະຣາແອນ ຍ້ອນສືບຕໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່

(VOVWORLD) - ອິດສະຣາແອນ ຍັງສືບຕໍ່ກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃນ “ລະດັບໄວທີ່ສຸດ” ໂດຍບໍ່ຫົວຊາຕໍ່ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ປະເທດນີ້ຢຸດຕິການເຄື່ອນໄຫວນີ້
ສປຊ ຕຳນິຕິຕຽນ ອິດສະຣາແອນ ຍ້ອນສືບຕໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ - ảnh 1 ທ່ານ Nikolay Mladenov ທີ່ການປະຊຸມຂ່າວຢູ່ ກາຊາ (ພາບ: AFP/TTXVN)

ວັນທີ 25 ກັນຍາ, ທ່ານ Nickolay Mladenov, ທູດພິເສດຂອງ ສປຊ ຢູ່ ຕາເວັນອອກກາງ ໃຫ້ຮູ້ວ່າ: ອິດສະຣາແອນ ຍັງສືບຕໍ່ກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃນ “ລະດັບໄວທີ່ສຸດ” ໂດຍບໍ່ຫົວຊາຕໍ່ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ປະເທດນີ້ຢຸດຕິການເຄື່ອນໄຫວນີ້. ໃນບົດລາຍງານຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານ Mladenov ໄດ້ຕຳນິຕິຕຽນລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ທີ່ໄດ້ນຳໃຊ້ບັນດາຄຳເຫັນ “ກະຫາຍສົງຄາມ” ເພື່ອອະທິບາຍສຳລັບບັນດາກິດຈະກຳສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່. ແຕ່ເດືອນ ມິຖຸນາ ຫາເດືອນ ກັນຍານີ້, ການເຄື່ອນໄຫວກໍ່ສ້າງໄດ້ດຳເນີນຢູ່ Jerusalem ຕາເວັນອອກເປັນຕົ້ນ, ດ້ວຍແຜນການກໍ່ສ້າງເຮືອນໃໝ່ປະມານ 2.300 ຫຼັງ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີກາຍ. ທ່ານ Mladenov ໃຫ້ຮູ້ວ່າ: ເລື່ອງ ອິດສະຣາແອນ ສືບຕໍ່ເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ “ເຮັດໃຫ້ມາດຕະການແກ້ໄຂແບບ 2 ລັດ ນັບມື້ນັບຢູ່ຫ່າງໄກກ່ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ