ສປຊ ປະກາດວ່າ ການເລືອກຕັ້ງຢູ່ ລີບີ ອາດຈະບໍ່ຮັກສາຖືກຕາມແຜນ

(VOVWORLD) - ທ່ານ Ghassan Salame ທູດພິເສດສະຫະປະຊາຊາດກ່ຽວກັບ ລີບີ ໃຫ້ຮູ້ວ່າ: ຍາກທີ່ຈະຈັດຕັ້ງບັນດາການເລືອກຕັ້ງຄືດັ່ງຄວາມຫວັງໄດ້ໃນວັນທີ 10 ທັນວາ ຈະມາເຖິງ, ພາຍຫລັງເກີດກະແສຟອງການປະທະກັນໃໝ່ຢູ່ປະເທດ ອາຟຣິກາເໜືອນີ້. 

ເມື່ອຕອບສຳພາດຕໍ່ສື່ມວນຊົນໃນຕອນຄ່ຳວັນທີ 29 ກັນຍາ ທີ່ຄະນະປະຕິບັດງານ ສະຫະປະຊາຊາດ ຢູ່ນະຄອນຫລວງ Tripoli, ທ່ານ Ghassan Salame ຖືວ່າ: ຍ້ອນຍັງມີວຽກງານຫລາຍຢ່າງທີ່ຈະຕ້ອງປະຕິບັດ ດັ່ງນັ້ນການເລືອກຕັ້ງອາດຈະບໍ່ຮັກສາຖືກຕາມແຜນ. ເຖິງຢ່າງໃດກໍ່ຕາມ, ທ່ານ Ghassan Salame ຢືນຢັນວ່າ ບັນດາການເລືອກຕັ້ງຈະໄດ້ຈັດຕັ້ງໃນອະນາຄົດອັນໃກ້ໆນີ້.

       ປັດຈຸບັນ, ລີບີ ຍັງຄົງຕົວ 2 ອຳນາດການປົກຄອງ, ລວມມີ ລັດຖະບານສາມັກຄີຊົນຊາດ ລີບີ (GNA) ທີ່ເຄື່ອນໄຫວຢູ່ນະຄອນຫລວງ Tripoli ໂດຍທ່ານນາຍົກລັດຖະມົນຕີ Fayez Serraj ນຳພາ ແລະ ອຳນາດການປົກຄອງຢູ່ພາກຕາເວັນອອກໂດຍນາຍພົນ Khalifa Haftar ໜູນຫລັງ.

ຕອບກັບ

ຂ່າວ/ບົດ​ອື່ນ