ສ​ປ​ຊ ປາດ​ຖະ​ໜາ​ວ່າ ຢາ​ວັກ​ຊິນກັນ​ເຊື້ອ Covid – 19 ຈະ​ໄດ້​ຮັບ​ການແບ່ງ​ປັນ

(VOVWORLD) -ໃນວັນທີ 20 ເມສາ, ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາຢາກ ໃຫ້ມີຢາວັກຊິນກັນເຊື້ອ ພະຍາດ Covid – 19 ຕ້ອງແຈກຢາຍໃຫ້ແກ່ທຸກໆຄົນໃນໂລກ.
ສ​ປ​ຊ ປາດ​ຖະ​ໜາ​ວ່າ ຢາ​ວັກ​ຊິນກັນ​ເຊື້ອ Covid – 19 ຈະ​ໄດ້​ຮັບ​ການແບ່ງ​ປັນ - ảnh 1 ພາບປະກອບ: TTXVN

ໃນການຖະແຫຼງຂ່າວທາງອອນລາຍ, ທ່ານ Stephane Dujarric ຖືວ່າ ມີການແກ້ງແຍ້ງກັນລະຫວ່າງບັນດາບໍລິສັດຜະລິດວັກຊີນແມ່ນສິ່ງທີ່ດີ, ແຕ່ວ່າ ຖ້າມີການຮ່ວມມືກັນຍິ່ງດີກ່ວາອີກ.

ທ່ານ Stephane Dujarric ກໍ່ໃຫ້ຮູ້ວ່າ ເລຂາທິການໃຫຍ່ ສປຊ ໄດ້ຕິດຕໍ່ປະສານງານກັບອົງການອະນາໄມໂລກ (WHO) ຊຶ່ງແມ່ນອົງການຊີ້ນຳ ແລະ ປະສານງານທາງການແພດທົ່ວໂລກໃນລະບົບ ສປຊ ກ່ຽວກັບບັນຫານີ້. ທ່ານ Stephane Dujarric ເນັ້ນໜັກວ່າ ສປຊ ມີຄວາມປາດຖະໜາຢາກຮັບປະກັນວ່າ ວັກຊິນຈະບໍ່ເຮັດໃຫ້ບັນຫາບໍ່ສະເໝີພາບຮ້າຍແຮງຂຶ້ນຕື່ມ ແລະ ຈະໄດ້ຮັບການຜະລິດ ແລະ ແບ່ງປັນເພື່ອຜົນປະໂຫຍດຂອງທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ