ສ​ປ​ຊ ພ້ອມ​ກັບ ອາ​ຊຽນ ຊຸກ​ຍູ້​ມາດ​ຕະ​ການ​ສ້າງ​ສະ​ພາບ​ການ​ຢູ່ ມຽນ​ມາ​ ໃຫ້​ເປັນ​ປົກ​ກະ​ຕິ

(VOVWORLD) -ວັນທີ 22 ເມສາ, ທ່ານນາງ Christine Schraner Burgener ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ ໄດ້ເດີນທາງໄປຍັງ ຈາກາຕາ, ອິນໂດເນເຊຍ ເພື່ອພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແນໃສ່ຊອກຫາວິທີການຊ່ວຍຢຸດຕິສະພາບການຂາດສະຖຽນລະພາບຢູ່ ມຽນມາ.
ສ​ປ​ຊ ພ້ອມ​ກັບ ອາ​ຊຽນ ຊຸກ​ຍູ້​ມາດ​ຕະ​ການ​ສ້າງ​ສະ​ພາບ​ການ​ຢູ່ ມຽນ​ມາ​ ໃຫ້​ເປັນ​ປົກ​ກະ​ຕິ - ảnh 1ຕຳຫຼວດ ເພິ່ມທະວີການວິທີປ້ອງກັນຄວາມສະຫງົບ ຢູ່ ເມືອງ Hlaingthaya, ນະຄອນ Yangon ໃນວັນທີ 14/3/2121 (ພາບ: AFP/TTXVN)

ທ່ານນາງ  Burgener  ຈະບໍ່ເຂົ້າເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ຈາກາຕາ ໂດຍກົງ, ເຊິ່ງຈະດຳເນີນໃນວັນທີ 24 ເມສາ ຈະມາເຖິງ. ເຖິງຢ່າງໃດກໍຕາມ, ທ່ານນາງ ຈະມີການພົບປະກັບບັນດາການນຳ ອາຊຽນ ຢູ່ນອກກອງປະຊຸມ ແລະ ປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.

ແຜນການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ໂດຍປະເທດເຈົ້າພາບ ອິນໂດເນເຊຍ ແລະ ທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊຸກຍູ້ໃນສອງສາມອາທິດກ່ອນນີ້ ດ້ວຍການສະໜັບສະໜູນຈາກຫຼາຍປະເທດສະມາຊິກ. ຕົ້ນເດືອນ ເມສາ, ບຣູໄນ ພວມດຳລົງຕຳແໜ່ງເປັນປະທານ ອາຊຽນ 2021 ກໍສະໜັບສະໜູນຕໍ່ການຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອແນໃສ່ປຶກສາຫາກ່ຽວກັບບັນດາຄວາມມານະພະຍາຍາມສ້າງປະຊາຄົມ, ການພົວພັນການຕ່າງປະເທດ ແລະ ບັນດາບັນຫາໃນພາກພື້ນ, ໃນນັ້ນ ມີວິກິດການ ຢູ່ ມຽນມາ. ກອງປະຊຸມ ຈະຖືກດຳເນີນຢູ່ສຳນັກງານຂອງ ຄະນະເລຂານຸການ ອາຊຽນ ຢູ່ ຈາກາຕາ, ອິນໂດເນເຊຍ.

 


ຕອບກັບ

ຂ່າວ/ບົດ​ອື່ນ