ສ​ປ​ຊ ຢັ້ງ​ຢືນ ໜູນ​ຊ່ວຍ Mali ສືບ​ສວນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ

(VOVWORLD) -ວັນທີ 23 ເມສາ, ຄະນະຮັກສາສັນຕິພາບ ຂອງ ສປຊ ຢູ່ Mali (MINUSMA) ໄດ້ກ່າວປະນາມເຫດບຸກໂຈມຕີ ໃນຕອນເຊົ້າວັນທີ 22 ເມສາ ແນ່ໃສ່ຄ້າຍຂອງກຳລັງປະກອບອາວຸດປະຈຳເຂດພາກກາງ Mali.
ສ​ປ​ຊ ຢັ້ງ​ຢືນ ໜູນ​ຊ່ວຍ Mali ສືບ​ສວນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ - ảnh 1ນາຍທະຫານຄະນະຮັກສາສັນຕິພາບຂອງ ສປຊ ປະຕິບັດໜ້າທີ່ຢູ່ Timbuktu, Mali (ພາບປະກອບ: AFP/TTXVN)

ໃນຖະແຫຼງການສະບັບໜຶ່ງ, ຜູ້ນຳຄະນະ, ທ່ານ El – Ghassim Wane ເນັ້ນໜັກວ່າ ຕ້ອງຊອກຈັບຕົວໄດ້ຜູ້ກໍ່ການບຸກໂຈມຕີດັ່ງກ່າວໄດ້ຢ່າງວ່ອງໄວ ແລະ ດຳເນີນຄະດີຕາມກົດໝາຍ. ຍ້ອນຈຸດປະສົງດັ່ງກ່າວ MINUSMA ພ້ອມແລ້ວທີ່ຈະສະໜອງທຸກອຸປະກອນທີ່ຈຳເປັນໃຫ້ແກ່ອຳນາດການປົກຄອງ Mali ເພື່ອດຳເນີນການສືບສວນທີ່ຈຳເປັນ.

        ໃນແຈ້ງການວັນທີ 22 ເມສາ, ລັດຖະບານ Mali ຢືນຢັນວ່າ ເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຮັບບາດເຈັບ 61 ຄົນ. ກຳລັງປ້ອງກັນຄວາມສະຫງົບໄດ້ດັບສູນຜູ້ກໍ່ການຮ້າຍ 28 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ