ສ​ປ​ຊ ຢັ້ງ​ຢືນ​ໂລກ ພວມ​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ແກ່ບັ້ນ​ຕໍ່​ສູ້​ຕ້ານ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຍິ່ງກວ່າເວລາໃດໝົດ ບັນດາປະເທດຕ້ອງເອົາໃຈໃສ່ເຖິງເນື້ອໃນທີ່ລະບຸໃນບົດປະເມີນຜົນສະບັບທີ 2 ເຊິ່ງ IPCC ຈະປະກາດໃນວັນທີ 28 ກຸມພາ ຈະມາເຖິງ.
ສ​ປ​ຊ ຢັ້ງ​ຢືນ​ໂລກ ພວມ​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ແກ່ບັ້ນ​ຕໍ່​ສູ້​ຕ້ານ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ Hoesung Lee ປະທານຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ (ພາບ: Yahoo)

 ວັນທີ 14 ກຸມພາ, ທ່ານ Hoesung Lee ປະທານຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ (IPCC) ໄດ້ຢັ້ງຢືນຄວາມມານະພະຍາຍາມຂອງບັນດາປະເທດໃນໂລກ ແນໃສ່ສະກັດກັ້ນລະດັບຄວາມອຸ່ນຂຶ້ນຂອງໜ່ວຍໂລກໃຫ້ຊ້າລົງ ກໍຄືການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງບໍ່ມີເວລາໃດທີ່ຮ້າຍແຮງຄືໃນປັດຈຸບັນ.

     ກ່າວຄຳເຫັນໃນຄຼິບວີດີໂອ ທີ່ສົ່ງໄປຍັງກອງປະຊຸມທາງໄກ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກ 200 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ, ທ່ານ Hoesung Lee ຖືວ່າ ຍິ່ງກວ່າເວລາໃດໝົດ ບັນດາປະເທດຕ້ອງເອົາໃຈໃສ່ເຖິງເນື້ອໃນທີ່ລະບຸໃນບົດປະເມີນຜົນສະບັບທີ 2 ເຊິ່ງ IPCC ຈະປະກາດໃນວັນທີ 28 ກຸມພາ ຈະມາເຖິງ. ນີ້ແມ່ນພາກທີ 2 ຂອງ ບົດລາຍການ IPCC ກ່ຽວກັບຜົນກະທົບຂອງສະພາບການປ່ຽນແປງຂອງດິນຟ້າອາກາດໃນອະດີດ, ປັດຈຸບັນ ແລະ ການຄາດຄະເນກ່ຽວກັບອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ