ສປຊ ຢືນຢັນສັນຍາຢຸດຮົບລະຫວ່າງເກົາຫລີ ຍັງມີຜົນສັກສິດ

ສປຊ ຢືນຢັນສັນຍາຢຸດຮົບລະຫວ່າງເກົາຫລີ ຍັງມີຜົນສັກສິດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon

(vovworld)-  ວັນ​ທີ 11/3, ​ທ່ານ Martin Nesirky ​ໂຄສົກ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ຢືນຢັນ​ວ່າ: ສັນຍາ​ຢຸດ​ຮົບ​ຊ່ື​ງ​ໄດ້​ລົງ​ນາມ​ໃນ​ທ້າຍ​ສົງຄາມ​ລະຫວ່າງ​ເກົາຫລີ ຍັງ​ມີ​ຜົນ​ສັກສິດຢູ່, ​ໂດຍ​ບໍ່​ຫົວຊາ​ຕໍ່​ຖະ​ແຫລ​ງການ​ຂອງ ສປປ ​ເກົາຫລີ ​ແມ່ນ​ຍົກເລີກ​ສັນຍາ​ສະບັບ​ນີ້. ຕາມ​ທ່ານ Nesirky ​ແລ້ວ, ສັນຍາ​ຢຸດ​ຮົບ​ນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ບັນດາ​ມາດຕາ​ຂອງ​ສັນຍາ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ຝ່າຍ​ໃດຍົກ​ເລີກ. ​ໃນ​ຂະນະ​ນັ້ນ ທ່ານ​ເລຂາທິກ​ານ​ໃຫຍ່ ສປຊ ​ໄດ້​ຮຽກຮ້ອງ​ໃຫ້​ພຽງ​ຢາງ ສືບ​ຕໍ່​ປະຕິ​ບັດ​ຕາມ​ສັນຍາ​ດັ່ງກ່າວ ​ແລະ ​ເຫ​ນັ້ນ​ຫນັກ​ວ່າ ນີ້​ຍັງ​ຄົງ​ແມ່ນ​ເອກະສານ​ເປ​ັນພື້ນຖານ.

ກ່ອນ​ຫນ້າ​ນັ້ນ, ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ສະ​ເຫ​ນີຂ່າວ​ຄາວ​ຈາກ​ຫນັງສືພິມ Rodong Sinmun ອົງການ​ກະບອກ​ສຽງ​ຂອງ​ພັກ​ແຮງ​ງານ ສປປ ​ເກົາຫລີ ​ທີ່​ວ່າ: ສັນຍາ​ຢຸດ​ຮົບ​ຖືກ​ຍົກ​ເລີກ​ຢ່າງ​ສິ້​ນ​ເຊິ​ງນັບ​ແຕ່​ວັນ​ທີ 11/3 ​ແລະ ສປປ ​ເກົາຫລີ ກຽມພ້ອມ​​ເພື່ອ​ການ​ສູ້​ຮົບ.

 

ຂ່າວ/ບົດ​ອື່ນ