ສ​ປ​ຊ ສະ​ໜັບ​ສະ​ໜູນ​ມະ​ຕິ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ການ​ບໍ່​ຜັນ​ຂະ​ຫຍາຍ​ອາ​ວຸດ ໃນ​ອາ​ວະ​ກາດ

(VOVWORLD) - ວັນທີ 4 ທັນວາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມຄົບຄະນະເພື່ອຮັບຮອງເອົາຮ່າງມະຕິໂດຍ ລັດເຊຍ ສະເໜີ ກ່ຽວກັບການບໍ່ຜັນຂະຫຍາຍອາວຸດໃນອາວະກາດ.
ສ​ປ​ຊ ສະ​ໜັບ​ສະ​ໜູນ​ມະ​ຕິ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ການ​ບໍ່​ຜັນ​ຂະ​ຫຍາຍ​ອາ​ວຸດ ໃນ​ອາ​ວະ​ກາດ - ảnh 1ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ຢູ່ນິວຢຶກ, ອາເມລິກາ (ພາບ: AFP/TTXVN)

ມະຕິມີຫົວຂໍ້ວ່າ “ບໍ່ຜັນຂະຫຍາຍອາວຸດຄັ້ງທຳອິດໃນອາວະກາດ” ໄດ້ຮັບການສະໜັບສະໜູນຈາກ 127 ປະເທດ, ຫຼາຍກ່ວາ 5 ປະເທດເມື່ອທຽບໃສ່ກັບປີ 2022. ບັນດາປະເທດຮ່ວມສ້າງຕັ້ງເອກະສານ ສະບັບນີ້ ແມ່ນ ເບລາຣຸດ, ຈີນ, ກຸຍບາ, ສປປ.ເກົາຫຼີ ແລະ ເອຢິບ. ມະຕິຮຽກຮ້ອງໃຫ້ທຸກປະເທດ, ພິເສດແມ່ນບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບອາວະກາດ ຈົ່ງຊັ່ງຊາຄຳໝັ້ນສັນຍາ ບໍ່ກາຍເປັນປະເທດທຳອິດທີ່ຜັນຂະຫຍາຍອາວຸດຢູ່ອາວະກາດ. ນອກຈາກນັ້ນ, ມະຕິກໍ່ແນະນຳໃຫ້ບັນດາປະເທດເລີ່ມພິຈາລະນາຮ່າງສົນທິສັນຍາເພື່ອແນໃສ່ສະກັດກັ້ນ ການຜັນຂະຫຍາຍອາວຸດໃນອາວະກາດຍິ່ງໄວກໍ່ຍິ່ງດີ, ອີງຕາມມະຕິສະບັບດັ່ງກ່າວໂດຍ ລັດເຊຍ ແລະ ຈີນ ຮຽບຮຽງ ເຊິ່ງໄດ້ຍື່ນສະເໜີ ຢູ່ກອງປະຊຸມປົດອາວຸດ ເມື່ອປີ 2008.

ຕອບກັບ

ຂ່າວ/ບົດ​ອື່ນ