ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ດິນ​ຟ້າ​ອາ​ກາດ

(VOVWORLD) -ມະຕິ ໄດ້ຮັບການຮັບຮອງເອົາຈາກ 132 ໃນຈຳນວນ 193 ປະເທດສະມາຊິກ ສປຊ, ເຊິ່ງສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນຕໍ່ບັນຫາດິນຟ້າອາກາດ

ວັນທີ 29 ມີນາ, ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິແຫ່ງປະຫວັດສາດວ່າດ້ວຍດິນຟ້າອາກາດ. ມະຕິໄດ້ສະເໜີສານຍຸຕິທຳສາກົນ ເຮັດແຈ້ງຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກ ໃນການປົກປັກຮັກສາດິນຟ້າອາກາດ ໜ່ວຍໂລກ. ມະຕິໄດ້ຍ້ອງຍໍສັນລະເສີນແມ່ນ ໄຊຊະນະປະຫວັດສາດໃຫ້ແກ່ຄວາມຍຸຕິທຳດ້ານດິນຟ້າອາກາດ.

ມະຕິ ໄດ້ຮັບການຮັບຮອງເອົາຈາກ 132 ໃນຈຳນວນ 193 ປະເທດສະມາຊິກ ສປຊ, ເຊິ່ງສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນຕໍ່ບັນຫາດິນຟ້າອາກາດ. ດ້ວຍມະຕິສະບັບນີ້ ນີ້ກໍ່ເປັນຄັ້ງທຳອິດສານຍຸຕິທຳສາກົນ ຈະຍົກອອກຄຳເຫັນດ້ານນິຕິກຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖະແຫຼງວ່າ ບັນດາປະເທດພວມພ້ອມກັນສ້າງປະຫວັດສາດ, ພ້ອມທັງເນັ້ນໜັກວ່າ ເຖິງວ່າຄຳເຫັນປຶກສາຂອງສານຍຸຕິທຳສາກົນ ບໍ່ມີລັກສະນະປູກມັດດ້ານນິຕິກຳກໍ່ຕາມ ແຕ່ອົງການນີ້ຍັງຈະໜູນຊ່ວຍສະມັດຊາໃຫຍ່ ກໍ່ຄືບັນດາປະເທດສະມາຊິກເພື່ອຍົກອອກບັນດາການກະທຳຢ່າງແຮງ ແລະ ຂ້ຽວຂາດກ່ວາອີກ ເພື່ອຕອບສະໜອງຄວາມຕ້ອງການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ