ສປຊ ຮຽກຮ້ອງການນຳບັນດາປະເທດ “ກູ້ຊີບໜ່ວຍໂລກ” ຕໍ່ການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -  ວັນທີ 18 ພຶດສະພາ, ທ່ານເລຂາທິການໃຫຍ່, ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງການນຳບັນດາປະເທດໃນໂລກ ຄວນມີການເລືອກເຟັ້ນເພື່ອຍົກອອກບັນດາການກະທຳຢ່າງສະຫລາດສ່ອງໃສ່ແນໃສ່ “ກູ້ຊີບໜ່ວຍໂລກ” ຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ສປຊ ຮຽກຮ້ອງການນຳບັນດາປະເທດ “ກູ້ຊີບໜ່ວຍໂລກ” ຕໍ່ການປ່ຽນແປງຂອງດິນຟ້າອາກາດ - ảnh 1(ພາບປະກອບ/AFP/TTXVN) 

ທ່ານ Antonio Guterres ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫລັງສິ້ນສຸດການຢ້ຽມຢາມບັນດາປະເທດເກາະຢູ່ ປາຊີຟິກໃຕ້ ທີ່ແກ່ຍາວເປັນເວລາ 1 ອາທິດ. ໃນການຢ້ຽມຢາມນີ້, ທ່ານ Antonio Guterres ໄດ້ເຫັນປະຈັກຕາບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາປະເທດເກາະນີ້. ໃນຄຳຖະແຫຼງ, ທ່ານເລຂາທິການໃຫຍ່, ສະຫະປະຊາຊາດ ເນັ້ນໜັກວ່າ “ບັນດາປະເທດເກາະຢູ່ ປາຊີຟິກໃຕ້ ປະກອບໜ້ອຍທີ່ສຸດເຂົ້າໃນສະພາວະສຸກເສີນຂອງດິນຟ້າອາກາດທົ່ວໂລກ ແຕ່ເຂົາເຈົ້າພັດແມ່ນບັນດາປະເທດພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ”. ທ່ານ Antonio Guterres ໄດ້ຮັບຮູ້ບັນດາປະເທດເກາະ ປາຊີຟິກໃຕ້ ພວມຜັນຂະຫຍາຍບັນດາມາດຕະການ ແນໃສ່ຍົກສູງຄວາມສາມາດຟື້ນຟູ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນປະລິມານອາຍພິດທີ່ກໍ່ໃຫ້ເກີດຜົນກະທົບຈາກເຮືອນແກ້ວລົງ.

ຕອບກັບ

ຂ່າວ/ບົດ​ອື່ນ