ສ​ປ​ຊ ຮ​ຽກ​ຮ້ອງ​ເງິນ 2 ຕື້ USD ເພື່ອ​ຊ່ວຍ ອາບ​ກາ​ນິດ​ສະ​ຖານ​ ໂດຍ​ດ່ວນ

(VOVWORLD) -ທ່ານນາງ Alice Akunga, ຜູ້ຕາງໜ້າອົງການ ຢູນີເຊັບ ປະຈຳ ອາບການິດສະຖານ ຊີ້ແຈ້ງວ່າ ສະພາບການມະນຸດສະທຳໃນປັດຈຸບັນຢູ່ ອາບການິດສະຖານ ແມ່ນ “ຮ້າຍແຮງເປັນເປັນພິເສດ” ສຳລັບເດັກ. ຖ້າຫາກບໍ່ມີການຊ່ວຍເຫຼືອເພີ່ມເຕີມນັ້ນ, ອົງການ ຢູນີເຊັບ ແລະ ບັນດາຄູ່ຮ່ວມມືຈະບໍ່ສາມາດກອບກູ້ເອົາຊີວິດເດັກນ້ອຍ ແລະ ບັນດາຄອບຄົວທີ່ພວມຕ້ອງການການຊ່ວຍເຫຼືອດ່ວນໃນລະດູໜາວປີນີ້.
ສ​ປ​ຊ ຮ​ຽກ​ຮ້ອງ​ເງິນ 2 ຕື້ USD ເພື່ອ​ຊ່ວຍ ອາບ​ກາ​ນິດ​ສະ​ຖານ​ ໂດຍ​ດ່ວນ - ảnh 1 ສປຊ ຮຽກຮ້ອງ ເງິນ 2 ຕື້ USD ເພື່ອແນໃສ່ຕອບສະໜອງຄວາມຕ້ອງການມະນຸດສະທຳ ໂດຍດ່ວນຂອງປະຊາຊົນກວ່າ 24 ລ້ານຄົນ ຢູ່ ອາບການິດສະຖານ, ໃນນັ້ນເຄິ່ງໜຶ່ງແມ່ນເດັກນ້ອຍ (ພາບ: TTXVN)

ວັນທີ 7 ທັນວາ, ອົງການ ຢູນິເຊັບ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ອຸປະຖຳເງິນຈຳນວນ 2 ຕື້ USD ເພື່ອຕອບສະໜອງຄວາມຕ້ອງການມະນຸດສະທຳຢູ່ ອາບການິດສະຖານ. ນີ້ແມ່ນບ້ວງເງິນກ້ອນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງ ອົງການ ຢູນີເຊັບ ຮຽກຮ້ອງໃຫ້ຊ່ວຍເຫຼືອປະເທດໜຶ່ງ, ແນໃສ່ຕອບສະໜອງຄວາມຕ້ອງການມະນຸດສະທຳ ໂດຍດ່ວນຂອງປະຊາຊົນກວ່າ 24 ລ້ານຄົນ ຢູ່ ອາບການິດສະຖານ, ໃນນັ້ນເຄິ່ງໜຶ່ງແມ່ນເດັກນ້ອຍ. ອົງການ ຢູນີເຊັບ ໃຫ້ຮູ້ວ່າ ເງິນຈຳນວນ 2 ຕື້ USD ນີ້ ຈະຊ່ວຍຮັກສາບັນດາການບໍລິການດ້ານສາທາລະນະສຸກ, ແຫຼ່ງສະໜອງໂພສະນາການ, ນ້ຳສະອາດ ແລະ ເງື່ອນໄຂດ້ານອະນາໄມ, ການສຶກສາ ແລະ ການບໍລິການສັງຄົມອື່ນໆທີ່ຈຳເປັນສຳລັບເດັກ ແລະ ບັນດາຄອບຄົວ.

        ທ່ານນາງ Alice Akunga, ຜູ້ຕາງໜ້າອົງການ ຢູນີເຊັບ ປະຈຳ ອາບການິດສະຖານ ຊີ້ແຈ້ງວ່າ ສະພາບການມະນຸດສະທຳໃນປັດຈຸບັນຢູ່ ອາບການິດສະຖານ ແມ່ນ “ຮ້າຍແຮງເປັນເປັນພິເສດ” ສຳລັບເດັກ. ຖ້າຫາກບໍ່ມີການຊ່ວຍເຫຼືອເພີ່ມເຕີມນັ້ນ, ອົງການ ຢູນີເຊັບ ແລະ ບັນດາຄູ່ຮ່ວມມືຈະບໍ່ສາມາດກອບກູ້ເອົາຊີວິດເດັກນ້ອຍ ແລະ ບັນດາຄອບຄົວທີ່ພວມຕ້ອງການການຊ່ວຍເຫຼືອດ່ວນໃນລະດູໜາວປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ