ສປຊ ຮຽກຮ້ອງເພີ່ມທະວີ ຄວາມສາມັກຄີ ລະຫວ່າງປະຊາຊາດ

ສປຊ ຮຽກຮ້ອງເພີ່ມທະວີ ຄວາມສາມັກຄີ ລະຫວ່າງປະຊາຊາດ - ảnh 1

ຫ້ອງ​ປະຊຸມ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ

(ພາບ:tuoitre.vn)

(vovworld)- ​ວັນ​ທີ 14/9, ສະມັດຊາ​ໃຫ່ຍ ສປຊ ​ໄດ້​ຈັດ​ເວທີ​ປາ​ໄສ​ວັດທະນະທຳ​ສັນຕິພາບ ​ໃນ​ສະພາບ​​ການຜັນ​ແປ​ເຄັ່ງ​ຕຶງ​ໃນ​ບັນດາ​ສາຍ​ພົວພັນ​ສາກົນ​ພວມ​ນັບ​ມື້​ນັບ​ປີນ​ຂັ້ນ​ໄດ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫ່ຍ ສປຊ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ໃນ​ໂລກ, ພິ​ເສດ​ແມ່ນ​ຄວາມ​ສັບສົນ, ຂາດ​ສະຖຽນລະ​ພາບ​ຢູ່​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ກໍ່​ຄື​ວິ​ກິດ​ການ​ເສດຖະກິດ​ໂລກ. ທ່ານຮຽກຮ້ອງ​ໃຫ້ປະ​ເທ​ດຕ່າງໆ, ບັນດາປະຊາ​ຊາດ, ສະສະ​ໜາຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ພ້ອມກັນ​ເຈລະຈາ ​ແລະ ຮ່ວມ​ມື​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ວິ​ກິດການ​ໃນ​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຫວັງ​ວ່າ ປະຊາ​ຄົມ​ໂລກ ຈະ​ພ້ອມ​ກັນ​ສ້າງ​ຄວາມ​ສະດວກ​ສະບາຍ​ທີ່​ສຸດ​ໃຫ້​ແກ່​ການ​ເຈລະຈາ, ການ​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນລະຫວ່າງປະ​ເທ​ດຕ່າງໆ, ບັນດາປະຊາ​ຊາດ, ສະສະ​ໜາ ​ເພື່ອ​ພ້ອມ​ກັນ​ກໍ່ສ້າງ​ສັນຕິພາບ ​ແລະ ພ້ອມ​ກັນ​ພັດທະນາ​​ຄວາມມີ​ສະຖຽນ​ລະ​ພາບ, ໝັ້ນຄົງ ​ແລະ ວັດທະນະ​ຖາວອນ.

 

 

 

 

ຂ່າວ/ບົດ​ອື່ນ