ສ​ປ​ຊ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ Haiti

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ ໄດ້ຢ້ຳຄືນຄຳຮຽກຮ້ອງເຖິງທຸກຄູ່ຮ່ວມມືເພີ່ມທະວີການໜູນຊ່ວຍໃຫ້ແກ່ຕຳຫຼວດແຫ່ງຊາດ Haiti, ພາຍໃຕ້ຮູບແບບອຸປະຖຳ, ບຳລຸງສ້າງ ຫຼື ວັດຖຸອຸປະກອນ.
ສ​ປ​ຊ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ Haiti - ảnh 1ປະຊາຊົນແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງ (ພາບ: AFP/TTXVN)

ວັນທີ 3 ກໍລະກົດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ເພີ່ມທະວີການໜູນຊ່ວຍໃຫ້ແກ່ຕຳຫຼວດ Haiti ເພື່ອຮັບມືກັບກະແສ “ການໃຊ້ຄວາມຮຸນແຮງແບບບໍ່ເຄີຍມີມາກ່ອນ” ໃນຊຸມເດືອນຫວ່າງມໍ່ໆມານີ້, ເຮັດໃຫ້ມີຜູ້ເສຍຊີວິດ, ຜູ້ຮັບບາດເຈັບ ແລະ ຖືກລອບຈັບກ່ວາ 1000 ຄົນ. ກ່ອນທີ່ຈະໄປຍັງ Trinidad & Tobago ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດປະຊາຄົມ Caribe (Caricom), ທ່ານ Antonio Guterres ໄດ້ໄປຢ້ຽມຢາມ Haiti ເຊິ່ງເປັນສະຖານທີ່ທ່ານຖືວ່າ ສະພາບການຄວາມໝັ້ນຄົງ ພວມຂາດສະຖຽນລະພາບ ຢ່າງໄວວາ ແລະ ຄວາມຕ້ອງການດ້ານມະນຸດສະທຳພວມເພີ່ມຂຶ້ນສູງ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການເຈລະຈາກັບທ່ານ Keith Rowley ນາຍົກລັດຖະມົນຕີ Trinidad & Tobago, ທ່ານເລຂາທິການໃຫຍ່ ສປຊ ໄດ້ຢ້ຳຄືນຄຳຮຽກຮ້ອງເຖິງທຸກຄູ່ຮ່ວມມືເພີ່ມທະວີການໜູນຊ່ວຍໃຫ້ແກ່ຕຳຫຼວດແຫ່ງຊາດ Haiti, ພາຍໃຕ້ຮູບແບບອຸປະຖຳ, ບຳລຸງສ້າງ ຫຼື ວັດຖຸອຸປະກອນ. ທ່ານ Antonio Guterres ສະເໜີຜັນຂະຫຍາຍກຳລັງປ້ອງກັນຄວາມສະຫງົບສາກົນໂດຍສະມັດຊາໃຫຍ່ ສປຊ ມອບສິດໃຫ້ໂດຍໄວ ເພື່ອພ້ອມກັບຕຳຫຼວດແຫ່ງຊາດ Haiti ທຳລາຍອາດຊະຍາກຳ ກຸ່ມຄົນບໍ່ດີ, ເຊິ່ງປັດຈຸບັນເພວມຄວບຄຸມ ນະຄອນຫຼວງ  Port-au-Princeກ່ວາ 80%.

ຕອບກັບ

ຂ່າວ/ບົດ​ອື່ນ