ສ​ປຊ ຮຽກ​ຮ້ອງ​​ໂລກ ແກ້​ໄຂ​ທັງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ທັງ​ການ​ສູນເສຍ ຊີ​ວະ​ນາໆ​ພັນ

(VOVWORLD) - ນີ້ແມ່ນບົດລາຍງານຮ່ວມສະບັບທຳອິດ ໂດຍຄະນະກຳມະການສູນເສຍຊີວະນາໆພັນ ຂອງ ສປຊ (IPBES) ສົມທົບກັບ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ປະຕິບັດ. 

ໂລກຕ້ອງພ້ອມກັນແກ້ໄຂວິກິດການຄວບຄູ່ ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການສູນເສຍຊີວະນາໆພັນ. ຄຳຮຽກຮ້ອງດັ່ງກ່າວ ໂດຍ 2 ກຸ່ມນັກຊ່ຽວຊານ ຂອງ ສປຊ ໄດ້ຍົກອອກມາໃນວັນທີ 10 ມິຖຸນາ ໃນບົດລາຍງານຮ່ວມ, ໃນນັ້ນໄດ້ ກ່າວເຕືອນ ບັນດາມາດຕະການເພື່ອແນໃສ່ສະກັດກັ້ນສະພາບການໂລກຮ້ອນຂຶ້ນ ທີ່ອາດຈະກໍ່ຜົນຮ້າຍຕໍ່ທຳມະຊາດ.

        ນີ້ແມ່ນບົດລາຍງານຮ່ວມສະບັບທຳອິດ ໂດຍຄະນະກຳມະການສູນເສຍຊີວະນາໆພັນ ຂອງ ສປຊ (IPBES) ສົມທົບກັບ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ປະຕິບັດ. ໂດຍອີງໃສ່ບັນດາການປຶກສາຫາລືທາງອອນລາຍລະຫວ່າງ ບັນດານັກຊ່ຽວຊານ ຂອງ IPBES ແລະ IPCC ຊຶ່ງໄດ້ລາຍງານການກ່າວເຕືອນບາງມາດຕະການແຊກແຊງ ທີ່ໄດ້ຂຶ້ນແຜນເພື່ອແນໃສ່ ຕ້ານຄືນສະພາບການ ໂລກຮ້ອນຂຶ້ນ ທີ່ຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ທຳມະຊາດ. ບັນດາມາດຕະການນີ້ ລວມມີການ ປູກຕົ້ນໄມ້ຊະນິດຕ່າງໆ ເພື່ອເອົາພະລັງຊີວະສາດ ໃນເນື້ອທີ່ດິນກ້ວາງ ຊຶ່ງຈະກໍ່ຜົນຮ້າຍຕໍ່ລະບົບຊີວະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ