ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ເອີ​ຣົບ ​ຕ້ອງມີ​ການ​ກະ​ທຳ​ຫຼາຍກວ່າ ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ວັນທີ 5 ຕຸລາ, ສປຊ ໄດ້ປະກາດບົດລາຍງານຮຽກຮ້ອງໃຫ້ບັນດາປະເທດເອີຣົບ ຕ້ອງພະຍາຍາມມີການກະທຳຫຼາຍກວ່າຕໍ່ການປ່ຽນແປງຂອງດິນຟ້າອາກາດ ຍ້ອນວ່າ ປະລິມານອາຍພິດເຮືອນແກ້ວຂອງ ເອີຣົບ ສືບຕໍ່ເພີ່ມຂຶ້ນ, ບັນດາປະເທດຕ້ອງຊຸກຍູ້ການຜະລິດຄືນໃໝ່, ຕ້ອງມີຂໍ້ກຳນົດຕ່າງໆຢ່າງເຄັ່ງຄັດກ່ຽວກັບຄຸນນະພາບຂອງອາກາດ ແລະ ເພີ່ມຄາດໝາຍແກ່ການປົກປັກຮັກສາສິ່ງແວດລ້ອມ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ເອີ​ຣົບ ​ຕ້ອງມີ​ການ​ກະ​ທຳ​ຫຼາຍກວ່າ ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ໂຮງງານໄຟຟ້າແຫ່ງໜຶ່ງຢູ່ ເຢຍລະມັນ (ພາບ: Reuters)

ບົດລາຍງານດັ່ງກ່າວໄດ້ປະກາດໃນກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມ ເອີຣົບ ເຊິ່ງຈັດຂຶ້ນຢູ່ Cyprus ໄດ້ສະເໜີແນະນຳລັດຖະບານປະເທດຕ່າງໆຍົກອອກຂໍ້ລິເລີ່ມດ້ານການເງິນ ເພື່ອຊຸກຍູ້ການຜະລິດຄືນໃໝ່. ປັດຈຸບັນ, ອັດຕາຜະລິດຕະພັນຜະລິດຄືນໃໝ່ຢູ່ບັນດາປະເທດແມ່ນຜິດດ່ຽງກັນຫຼາຍພໍສົມຄວນ ແລະ ພິເສດຢູ່ບັນດາປະເທດ ເອີຣົບຕາເວັນອອກ ແລະ ອາຊີກາງ ແມ່ນຢູ່ໃນລະດັບຕ່ຳ. ບົດລາຍງານດັ່ງກ່າວກໍຮຽກຮ້ອງໃຫ້ບັນດາປະເທດ ເອີຣົບ ເພີ່ມທະວີຄວາມມານະພະຍາຍາມເພື່ອແກ້ໄຂສະພາບມົນລະພິດທາງອາກາດ, ອັດຕາການເສຍຊີວິດຂອງເດັກນ້ອຍຍ້ອນຝຸ່ນລະອອງຢູ່ 41 ປະເທດໄດ້ຫຼຸດລົງສະເລ່ຍແມ່ນປະມານ 13% ແຕ່ລະດັບຄວາມເຂັ້ມຂອງຝຸ່ນລະອອງໃນອາກາດຍັງລື່ນກາຍລະດັບຄວາມປອດໄພ ເຊິ່ງອົງການອະນາໄມໂລກແນະນຳໃຫ້.


ຕອບກັບ

ຂ່າວ/ບົດ​ອື່ນ