ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ກຸ່ມ G77 ຊຸກ​ຍູ້​ການ​ປະ​ຕິ​ຮູບ​ການ​​ບໍ​ລິ​ຫານ​ທົ່ວ​ໂລກ

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ ດ້ວຍກ່ວາ 130 ປະເທດ ສະມາຊິກ ແລະ ຜູ້ຕາງໜ້າ ໃຫ້ແກ່ປະມານ 80% ຈຳນວນປະຊາກອນທົ່ວໂລກ, ຄວາມສາມັກຄີ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ກຸ່ມ G77 ຊຸກ​ຍູ້​ການ​ປະ​ຕິ​ຮູບ​ການ​​ບໍ​ລິ​ຫານ​ທົ່ວ​ໂລກ - ảnh 1ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres (ພາບ: ITN )

ວັນທີ 21 ມັງກອນ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ບັນດາປະເທດພວມພັດທະນາຕ້ອງນຳໜ້າໃນຄວາມມານະພະຍາຍາມຊຸກຍູ້ການປະຕິຮູບບັນດາລະບອບລະບຽບການ ແລະ ຂອບເຂດຫຼາຍຝ່າຍເຊິ່ງຫຼ້າສະໄໝແຕ່ດົນແລ້ວ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄັ້ງທີ 3 ຂອງກຸ່ມບັນດາປະເທດພວມພັດທະນາ (G-77) ແລະ ຈີນ ທີ່ດຳເນີນຢູ່ນະຄອນ Kampala (Uganda),ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ ດ້ວຍກ່ວາ 130 ປະເທດ ສະມາຊິກ ແລະ ຜູ້ຕາງໜ້າ ໃຫ້ແກ່ປະມານ 80% ຈຳນວນປະຊາກອນທົ່ວໂລກ, ຄວາມສາມັກຄີ ແລະ ບົດບາດເປັນຄູ່ຮ່ວມມືຂອງ ກຸ່ມ G-77 ແມ່ນມີຄວາມຈຳເປັນເພື່ອສ້າງໂລກທີ່ມີສັນຕິພາບ, ຍຸຕິທຳ ແລະ ຍືນຍົງໃຫ້ແກ່ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ