ສປຊ ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ ຊີຣີ

(VOVWORLD) - ຕາມການຄາດຄະເລຂອງ ສປຊ ແລ້ວ, 90% ຈຳນວນປະຊາຊົນ ຊີຣີ ຢູ່ບັນດາ ເຂດໂດຍລັດຖະບານຄວບຄຸມຕ້ອງດຳລົງຊີວິດໃນສະພາບອຶດຫິວ, ທຸກຍາກ...
ສປຊ ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ ຊີຣີ - ảnh 1ທ່ານ Geir Pedersen, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 10 ກັນຍາ, ທ່ານ Geir Pedersen, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ ໄດ້ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນ ບໍ່ຫຼຸດແຫ່ງອຸປະຖຳໃຫ້ແກ່ ຊີຣີ ລົງ, ໃນສະພາບ ວິກິດການເສດຖະກິດຢູ່ປະເທດນີ້ຖືກສົງຄາມທຳລາຍ ພວມນັບມື້ນັບຮ້າຍແຮງຂຶ້ນ.

    ກ່າວຄຳເຫັນຕໍ່ວົງການສື່ມວນຊົນຢູ່ Damascus, ພາຍຫຼັງການພົບປະກັບທ່ານ Faisal Mekdad, ລັດຖະມົນຕີການຕ່າງປະເທດ ຊີຣີ, ທ່ານ Geir Pedersen ໃຫ້ຮູ້ວ່າ: ສະພາບການເສດຖະ ກິດໃນປະຈຸບັນຢູ່ ຊີຣີ ຊຸດໂຊມລົງເມື່ອທຽບໃສ່ໄລຍະເກີດການ ປະທະກັນ. ສປຊ ບໍ່ສາມາດຍອມຮັບ ໄດ້ວ່າ ແຫຼ່ງເງິນອຸປະຖຳໃຫ້ແກ່ ຊີຣີ ນັບມື້ນັບຫລຸດລົງ ໃນຂະນະທີ່ຄວາມຕ້ອງການດ້ານມະນຸດສະທຳນັບມື້ນັບເພີ່ມຂຶ້ນ. ຖ້າທຸກບັນດາຜົນຮ້າຍ ຢ້ອນຫຼັງດ້ານການເມືອງຂອງວິກິດການຢູ່ ຊີຣີ ບໍ່ໄດ້ຮັບການແກ້ໄຂ, ວິກິດການ ເສດຖະກິດ ແລະ ມະນຸດສະທຳຈະຮ້າຍແຮງຂຶ້ນຕື່ມ.

   ຕາມການຄາດຄະເລຂອງ ສປຊ ແລ້ວ, 90% ຈຳນວນປະຊາຊົນ ຊີຣີ ຢູ່ບັນດາ ເຂດໂດຍລັດຖະບານຄວບຄຸມຕ້ອງດຳລົງຊີວິດໃນສະພາບອຶດຫິວ, ທຸກຍາກ ແລະ ປະຊາກອນຂອງປະເທດນີ້ຫຼາຍກ່ວາ ເຄິ່ງໜຶ່ງ ຕ້ອງປະເຊີນໜ້າກັບສະພາບຂາດແຄນ ທັນຍາຫານໃນແຕ່ລະວັນ.

ຕອບກັບ

ຂ່າວ/ບົດ​ອື່ນ