ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ວາງ​ອອກ​ເປົ້າ​ໝາຍ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ຄວາມ​ມັກ​ໃຫຍ່​ໄຝ່​ສູງກວ່າ

(VOVWORLD) -ປັດຈຸບັນ ມີພຽງແຕ່ກວ່າ 50% ຈຳນວນປະເທດເຂົ້າຮ່ວມສັນຍາ COP21 ໄດ້ຍື່ນສະເໜີເປົ້າໝາຍ ແລະ ແຜນການຫຼຸດຜ່ອນອາຍພິດ ກາກບອນ ລະດັບຊາດ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ວາງ​ອອກ​ເປົ້າ​ໝາຍ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ຄວາມ​ມັກ​ໃຫຍ່​ໄຝ່​ສູງກວ່າ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 31 ກໍລະກົດ, ທ່ານນາງ Patricia Espinosa ເລຂາບໍລິຫານກອບສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ຖືວ່າ ບັນດາປະເທດເຂົ້າຮ່ວມການລົງນາມໃນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP21), ຄວນວາງອອກບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ ທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າ ແລະ ມານະພະຍາຍາມເຄື່ອນໄຫວຢ່າງແຮງກວ່າ ເພື່ອສາມາດບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ. ໃນຖະແຫຼງການໜຶ່ງ, ທ່ານນາງ Patricia Espinosa ໃຫ້ຮູ້ວ່າ ປັດຈຸບັນ ມີພຽງແຕ່ກວ່າ 50% ຈຳນວນປະເທດເຂົ້າຮ່ວມສັນຍາ COP21 ໄດ້ຍື່ນສະເໜີເປົ້າໝາຍ ແລະ ແຜນການຫຼຸດຜ່ອນອາຍພິດ ກາກບອນ ລະດັບຊາດ. ດັ່ງນັ້ນ, ບັນດາປະເທດຄວນວາງອອກບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າອີກ ໃນໂຄງການດຳເນີນງານກ່ຽວກັບດິນຟ້າອາກາດຂອງຕົນ. 

ຕອບກັບ

ຂ່າວ/ບົດ​ອື່ນ