ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ໂດຍໄວ

(VOVWORLD) - ທ່ານນາງ Martha Ama Akyaa Pobee ເນັ້ນໜັກວ່າ ຕ້ອງມີມາດຕະການເຈລະຈາ ເພື່ອຢຸດຕິການປະທະກັນດ້ານການທະຫານ ຢູ່ ຊູດັງ ຍິ່ງໄວກໍຍິ່ງດີ. 
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ໂດຍໄວ - ảnh 1ບັນຍາກາດຢູ່ Khartoum, ຊູດັງ ພາຍຫຼັງການປະທະກັນ  (ພາບ: AFP/TTXVN)

ວັນທີ 9 ສິງຫາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບພາກພື້ນ ອາຟະລິກາ, ທ່ານນາງ Martha Ama Akyaa Pobee ເນັ້ນໜັກວ່າ ຕ້ອງມີມາດຕະການເຈລະຈາ ເພື່ອຢຸດຕິການປະທະກັນດ້ານການທະຫານ ຢູ່ ຊູດັງ ຍິ່ງໄວກໍຍິ່ງດີ.  ສົງຄາມຍິ່ງແກ່ຍາວ, ຄວາມສ່ຽງເກີດການແບ່ງແຍກ, ການແຊກແຊງຂອງປະເທດພາຍນອກ, ການຫຼຸ້ຍຫ້ຽນຂອງອະທິປະໄຕ ແລະ ເສຍອະນາຄົດຂອງ ຊູດັງ, ພິເສດແມ່ນສຳລັບໄວໜຸ່ມ ກໍ່ຍິ່ງສູງຂຶ້ນ. ສະພາບການຢູ່ປະເທດນີ້ໃນປັດຈຸບັນ ແມ່ນມີຄວາມວິຕົກກັງວົນທີ່ສຸດ ແລະ ອາດຈະຍູ້ປະເທດຕົກເຂົ້າສູ່ການປະທະກັນທີ່ແກ່ຍາວໂດຍໄວ ແລ້ວສົ່ງຜົນກະທົບອອກນອກພາກພື້ນ.

        ຕາມບົດລາຍງານຫຼ້າສຸດຂອງ ສປຊ, ການປະທະກັນທີ່ແກ່ຍາວໃນເກືອບ 4 ເດືອນ ຜ່ານມາຢູ່ ຊູດັງ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເກືອບ 4.000 ຄົນ, ເກືອບ 4 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ.

ບາທີ - ນັກຂ່າວ VOV  ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ