ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ທ່ານ Sheikh Mohammed bin Abdulrahman Al-Thani ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ອາບການິດສະຖານ ດຳເນີນການໄກ່ເກ່ຍປອງດອງຊາດ ແລະ ຖືນີ້ແມ່ນ ມາດຕະການຮັກສາຄວາມປອດໄພ ໃຫ້ແກ່ສະຖຽນລະພາບຂອງປະເທດນີ້.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ອາບ​ກາ​ນິດ​ສະ​ຖານ - ảnh 1

ວັນທີ 13 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການໜູນຊ່ວຍເຄື່ອງຂອງທີ່ຈຳເປັນ ກໍ່ຄືໜູນຊ່ວຍແມ່ຍິງ ແລະ ບັນດາຜູ້ມີຄວາມສ່ຽງຢູ່ ອາບການິດສະຖານ. ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການໜູນຊ່ວຍສາກົນໃຫ້ແກ່ ອາບການິດສະຖານ ຢູ່ ເຊີແນວ (ປະເທດສະວິດ), ທ່ານເລຂາທິການໃຫຍ່ Antonio Guterres ໄດ້ເນັ້ນໜັກວ່າ ຊາວອາບການິດສະຖານ ພວມຕ້ອງປະເຊີນໜ້າກັບ ໜຶ່ງໃນບັນດາວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ”, ນັບແຕ່ເມື່ອກ່ອນເວລາ ກຳລັງຕາລີບານຍາດໄດ້ສິດອຳນາດບໍລິຫານປະເທດຊາດ ນັບແຕ່ວັນທີ 15 ສິງກາ.

ແລະກໍ່ໃນວັນດຽວກັນ, ທ່ານ Sheikh Mohammed bin Abdulrahman Al-Thani ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ອາບການິດສະຖານ ດຳເນີນການໄກ່ເກ່ຍປອງດອງຊາດ ແລະ ຖືນີ້ແມ່ນ ມາດຕະການຮັກສາຄວາມປອດໄພ ໃຫ້ແກ່ສະຖຽນລະພາບຂອງປະເທດນີ້. ທີ່ການເຈລະຈາ ກັບຄູ່ຮ່ວມຕຳແໜ່ງຝລັ່ງ Jean-Yves Le Drian ເຊິ່ງພວມມີການຢ້ຽມຢາມ ນະຄອນຫຼວງ Doha (ປະເທດກາຕາ), ທ່ານ Sheikh Mohammed ໄດ້ປະກາດວ່າ ກາຕາ ຈະ “ສະໜັບສະໜູນທຸກຄວາມມານະພະຍາຍາມ ເພື່ອແນໃສ່ບັນລຸໄດ້ການໄກ່ເກ່ຍປອງດອງຊາດ ຢູ່ ອາບການິດສະຖານ”.

ຕອບກັບ

ຂ່າວ/ບົດ​ອື່ນ