ສປຊ ຮຽກຮ້ອງ​​​ໃຫ້ໂລກ ​ແບ່ງ​ປັນຄວາມ​ຮັບຜິດຊອບ​ກ່ຽວກັບ​ບັນຫາ​ອົບ​ພະຍົບ

(VOVWORLD) -80% ຈໍານວນຜູ້ລີ້ໄພໃນໂລກ ພວມດໍາລົງຊີວິດຢູ່ບັນດາປະເທດທຸກຍາກອຶດຫິວ ແລະ ບັນດາປະເທດພວມພັດທະນາ.
ສປຊ ຮຽກຮ້ອງ​​​ໃຫ້ໂລກ ​ແບ່ງ​ປັນຄວາມ​ຮັບຜິດຊອບ​ກ່ຽວກັບ​ບັນຫາ​ອົບ​ພະຍົບ - ảnh 1ແຈກຢາຍສະບຽງອາຫານໃຫ້ແກ່ຊາວ ຊີຣີ ຢູ່ Abu Duhur (ພາບ:  AFP/TTXVN)

        ໃນບົດກ່າວປາໄສໄຂ ເວທີປາໄສຊາວລີ້ໄພທົ່ວໂລກ ຢູ່ Geneva, ປະເທດສະວິດ, ວັນທີ 17 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Gutteres ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ພ້ອມກັນແບ່ງປັນຄວາມຮັບຜິດຊອບໃນການແກ້ໄຂສະພາບກ່ຽວກັບຈໍານວນຜູ້ປະລະເຮືອນຊານບ້ານຊ່ອງນັບມື້ນັບເພີ່ມຂຶ້ນ. ທ່ານເລຂາທິການໃຫຍ່ ສປຊ Antonio Gutteres ເນັ້ນໜັກວ່າ ນີ້ແມ່ນຈຸດເວລາ ເພື່ອວາງອອກບັນດາມາດຕະການຮັບມືຢ່າງຍຸຕິທໍາກວ່າສໍາລັບວິກິດການຊາວລີ້ໄພ ໂດຍຜ່ານການແບ່ງປັນຄວາມຮັບຜິດຊອບ. ຕາມການສະຖິຕິແລ້ວ, 80% ຈໍານວນຜູ້ລີ້ໄພໃນໂລກ ພວມດໍາລົງຊີວິດຢູ່ບັນດາປະເທດທຸກຍາກອຶດຫິວ ແລະ ບັນດາປະເທດພວມພັດທະນາ ໃນຂະນະທີ່ບັນດາປະເທດເຫຼົ່ານີ້ພວມຕ້ອງຮັບຜົນສະທ້ອນອັນໜັກໜ່ວງທາງດ້ານເສດຖະກິດ - ສັງຄົມ, ດັ່ງນັ້ນ ເລື່ອງແບ່ງປັນຄວາມຮັບຜິດຊອບ ແມ່ນບັນຫາບຸລິມະສິດໃນບັນດາໂຄງການດໍາເນີນງານ.


ຕອບກັບ

ຂ່າວ/ບົດ​ອື່ນ