ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ໜູນ​ຊ່ວຍ​ບ້ວງ​ເງິນ​ເກືອບ 400 ລ້ານ USD ໃຫ້​ແກ່ ຊີ​ຣີ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນຮອບເວລາ 3 ເດືອນຂ້າງໜ້ານີ້.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ໜູນ​ຊ່ວຍ​ບ້ວງ​ເງິນ​ເກືອບ 400 ລ້ານ USD ໃຫ້​ແກ່ ຊີ​ຣີ - ảnh 1ສະພາບການຢູ່ Kahramanmaras, ຕວັກກີ ໃນວັນທີ  7/2/2023 (ພາບ: TTXVN)

ມີປະຊາຊົນຢ່າງໜ້ອຍສຸດ 9 ລ້ານຄົນ ຢູ່ ຊີຣີ ຖືກຜົນກະທົບຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ພາກໃຕ້ຕວັກກີ ແລະ ພາກຕາເວັນຕົກສ່ຽງເໜືອ ຊີຣີ ແລະ ຕ້ອງການດ້ານການເງິນມີມູນຄ່າ 397 ລ້ານ USD ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢູ່ ຊີຣີ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນຮອບເວລາ 3 ເດືອນຂ້າງໜ້ານີ້.  ຜູ້ນຳໜ້າ ສປຊ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ “ປະກອບສ່ວນຢ່າງຄົບຖ້ວນ ແລະ ບໍ່ລັ່ງເລໃຈ ເພື່ອຊ່ວຍປວງຊົນທີ່ຖືກນາບຂູ່ຊີວິດຍ້ອນໄພພິບັດທີ່ຮ້າຍກາດ ແລະ ສົ່ງຜົນກະທົບເຖິງຫຼາຍລຸ້ນຄົນນີ້”.

        ໃນວັນດຽວກັນ, ຄະນະຊ່ວຍເຫຼືອທຳອິດຂອງ ສປຊ ໄດ້ໄປຍັງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍກຳລັງຝ່າຍຄ້ານຄວບຄຸມ, ເພື່ອໄປຜ່ານເສັ້ນທາງຂົນສົ່ງເຄື່ອງຊ່ວຍເຫຼືອເປີດໃໝ່ Bad al – Salameh ຈາກ ຕວັກກີ.


ຕອບກັບ

ຂ່າວ/ບົດ​ອື່ນ