ສ​ປ​ຊ ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ມະ​ນຸ​ດສະ​ທຳ​ຢູ່ Afghanistan ຄືນ​ໃໝ່

(VOVWORLD) -ການບໍລິການດ້ານການບິນມະນຸດສະທຳຂອງ ສປຊ ໂດຍໂຄງການທັນຍາຫານໂລກ ພວມປະຕິບັດບັນດາຖ້ຽວບິນ ເພື່ອແນໃສ່ຊ່ວຍ 160 ອົງການຈັດຕັ້ງມະນຸດສະທຳ ສາມາດສືບຕໍ່ປະຕິບັດບັນດາການເຄື່ອນໄຫວກູ້ຊ່ວຍຊີວິດອິນຊີຢູ່ບັນດາແຂວງ, ນະຄອນຂອງ Afghanistan.
ສ​ປ​ຊ ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ມະ​ນຸ​ດສະ​ທຳ​ຢູ່ Afghanistan ຄືນ​ໃໝ່ - ảnh 1

 ເຮືອບິນລຳໜຶ່ງໄດ້ບິນຈາກນະຄອນຫຼວງ Kabul, Afghanistan ເມື່ອວັນທີ 27/8/2021 (ພາບປະກອບ: AFP/TTXVN)

    ສປຊ ໄດ້ເຊື່ອມຕໍ່ບັນດາຖ້ຽວບິນມະນຸດສະທຳໄປຍັງພາກເໜືອ ແລະ ພາກໃຕ້ Afghanistan ຄືນໃໝ່, ພາຍຫຼັງທີ່ກຳລັງ ຕາລີບານ ຍາດໄດ້ສິດຄວບຄຸມຢູ່ປະເທດນີ້ພາຍຫຼັງເວລາ 20 ປີ. ວັນທີ 1 ກັນຍາ, ກ່າວຄຳເຫັນກັບບັນດານັກຂ່າວ, ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ: ການບໍລິການດ້ານການບິນມະນຸດສະທຳຂອງ ສປຊ ໂດຍໂຄງການທັນຍາຫານໂລກ ພວມປະຕິບັດບັນດາຖ້ຽວບິນ ເພື່ອແນໃສ່ຊ່ວຍ 160 ອົງການຈັດຕັ້ງມະນຸດສະທຳ ສາມາດສືບຕໍ່ປະຕິບັດບັນດາການເຄື່ອນໄຫວກູ້ຊ່ວຍຊີວິດອິນຊີຢູ່ບັນດາແຂວງ, ນະຄອນຂອງ Afghanistan. ທ່ານ Stephane Dujarric ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ສປຊ ພວມເຮັດວຽກເພື່ອສ້າງຕັ້ງຂົວເຊື່ອມຕໍ່ການບິນ ເພື່ອແນໃສຂົນສົ່ງບັນດາປະເພດສິນຄ້າທີ່ບໍ່ແມ່ນອາຫານຄື: ເຄື່ອງອຸປະກອນການແພດ, ບັນດາເຄື່ອງຂອງທີ່ຈຳເປັນອື່ນໆ ໄປຍັງ Afghanistan.

ຕອບກັບ

ຂ່າວ/ບົດ​ອື່ນ