ສ​ປ​ຊ ເນັ້ນ​ໜັກ​ ຫວຽດ​ນາມ ຄວນ​ໄດ້​ຮັບ​​ບູ​ລິ​ມະ​ສິດໜູນ​ຊ່ວຍ​ໃນ​ການ​ປະ​ຕິ​ບັດ​​ຄຳ​ໝັ້ນ​ສັນ​ຍາ​ຢູ່ COP – 26

(VOVWORLD) -ທ່ານ Selwin Charles Hart ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍທີ່ເຂົ້າຮ່ວມສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP - 26), ໂດຍເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີຄວາມສົນໃຈ ແລະ ຢາກໃຫ້ ສປຊໜູນຊ່ວຍຫວຽດນາມ ປະຕິບັດຄຳໝັ້ນສັນຍານີ້.
ສ​ປ​ຊ ເນັ້ນ​ໜັກ​ ຫວຽດ​ນາມ ຄວນ​ໄດ້​ຮັບ​​ບູ​ລິ​ມະ​ສິດໜູນ​ຊ່ວຍ​ໃນ​ການ​ປະ​ຕິ​ບັດ​​ຄຳ​ໝັ້ນ​ສັນ​ຍາ​ຢູ່ COP – 26 - ảnh 1ທ່ານ Selwin Charles Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບການກະທຳກ່ຽວກັບດິນຟ້າອາກາດ ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ 

ວັນທີ 17 ມີນາ, ເພື່ອແນໃສ່ຊຸກຍູ້ການສົມທົບກັນລະຫວ່າງ ສປຊ ແລະ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ  ໄດ້ເຮັດວຽກກັບທ່ານ Selwin Charles Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບການກະທຳກ່ຽວກັບດິນຟ້າອາກາດ, ຜູ້ຊ່ວຍວຽກເລຂາທິການໃຫຍ່.

ທ່ານ Selwin Charles Hart ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍທີ່ເຂົ້າຮ່ວມສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP - 26), ໂດຍເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີຄວາມສົນໃຈ ແລະ ຢາກໃຫ້ ສປຊ ໜູນຊ່ວຍຫວຽດນາມ ປະຕິບັດຄຳໝັ້ນສັນຍານີ້.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ອັບເດດກ່ຽວກັບການຜັນຂະຫຍາຍຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP – 26 ໃນໄລຍະຜ່ານມາ, ໃນນັ້ນມີການສ້າງຕັ້ງຄະນະຊີ້ນຳແຫ່ງຊາດໂດຍມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າ. ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມປາດຖະໜາວ່າ ສປຊ ດ້ວຍຄວາມສາມາດໃນການປະສານງານຈະຊ່ວຍໃຫ້ຫວຽດນາມ ລະດົມແຫຼ່ງກຳລັງຈາກສາກົນ, ເພື່ອໜູນຊ່ວຍການປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກຢູ່ COP – 26.

ທ່ານເອກອັກຄະລັດຖະທູດ ຖືວ່າ ສປຊ ຄວນມີວິທີເຂົ້າເຖິງການໜູນຊ່ວຍຫວຽດນາມ ເພື່ອປະຕິບັດຄຳໝັ້ນສັນຍາຢູ່ COP – 26 ຢ່າງຮອບດ້ານ ແລະ ທ່ານກໍ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮັບຟັງຂໍ້ສະເໜີ, ການຮ່ວມມືຈາກ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ