ສປຊ ເນັ້ນໜັກລັກສະນະຮີບດ່ວນໃນການຊ່ວຍເຫຼືອໃຫ້ເຂດ ກາຊາ

(VOVWORLD) - ຢູ່ນະຄອນຫຼວງ ກາຍໂຣ, ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຮ່ວມກັບທ່ານ Sameh Shoukry, ລັດຖະມົນຕີການຕ່າງປະເທດ ອີຢິບ, ໂດຍເລຂາທິການໃຫຍ່ ໄດ້ຢ້ຳຄືນຄຳຮຽກຮ້ອງ “ຢຸດຍິງມະນຸດສະທຳໃນທັນທີ ເພື່ອຫລຸດຜ່ອນຈຳນວນຊາວ ປາແລດສະຕີນ ທີ່ພວມດຳລົງຊີວິດແບບລຳບາກເພື່ອເອົາຕົວລອດຢູ່ເຂດ ກາຊາ”.
ສປຊ ເນັ້ນໜັກລັກສະນະຮີບດ່ວນໃນການຊ່ວຍເຫຼືອໃຫ້ເຂດ ກາຊາ - ảnh 1ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຢ້ຽມຢາມດ່ານຊາຍແດນ Rafah
(ພາບ:Ảnh: AFP/TTXVN)

ເລື່ອງໃຫ້ການຊ່ວຍເຫຼືອເຂດ ກາຊາ ຮຽກຮ້ອງໃຫ້ ອິດສະຣາແອນ ຕ້ອງຍົກເລິກບັນດາສິ່ງທີ່ຂີດຂວາງ. ຄຳຖະແຫຼງດັ່ງກ່າວໂດຍທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຍົກອອກມາໃນວັນທີ 24 ມີນາ, ເມື່ອຢ້ຽມຢາມ ອີຢິບ.

        ຢູ່ນະຄອນຫຼວງ ກາຍໂຣ, ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຮ່ວມກັບທ່ານ Sameh Shoukry, ລັດຖະມົນຕີການຕ່າງປະເທດ ອີຢິບ, ໂດຍເລຂາທິການໃຫຍ່ ໄດ້ຢ້ຳຄືນຄຳຮຽກຮ້ອງ “ຢຸດຍິງມະນຸດສະທຳໃນທັນທີ ເພື່ອຫລຸດຜ່ອນຈຳນວນຊາວ ປາແລດສະຕີນ ທີ່ພວມດຳລົງຊີວິດແບບລຳບາກເພື່ອເອົາຕົວລອດຢູ່ເຂດ ກາຊາ”.

        ກ່ອນນັ້ນໜຶ່ງວັນ, ທ່ານ Antonio Guterres ໄດ້ຢ້ຽມຢາມດ່ານຊາຍແດນ Rafah ຕິດກັບເຂດກາຊາ, ບ່ອນເກີດການປະທະກັນ ແລະ ປິດລ້ອມທີ່ແກ່ຍາວເປັນເວລາເກືອບ 6 ເດືອນ ເຮັດໃຫ້ພົນລະເມືອງສ່ວນຫຼາຍໃນຈຳນວນ 2,4 ລ້ານຄົນຢູ່ເຂດດິນແດນແຫ່ງນີ້ຕ້ອງອົບພະຍົບ. ຜູ້ນຳ ສປຊ ຖືດ່ານຊາຍແດນ Rafah ແລະ ສະໜາມບິນ El – Arish ຂອງ ອີຢິບ ແມ່ນເສັ້ນທາງທີ່ຈຳເປັນ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າເຂດ ກາຊາ. ທ່ານໄດ້ຊີ້ແຈ້ງວ່າ ປະຊາຊົນ ປາແລດສະຕິນ ຢູ່ເຂດ ກາຊາ ຕ້ອງການກະແສຟອງການໜູນຊ່ວຍ ຫາກບໍ່ແມ່ນການໜູນຊ່ວຍແບບກະແຈກກະຈາຍເລັກໜ້ອຍ ແລະ ມາດຕະການໜຶ່ງດຽວເພື່ອຂົນສົ່ງສິນຄ້າມະນຸດສະທຳແມ່ນດ້ວຍທາງບົກ.

ຕອບກັບ

ຂ່າວ/ບົດ​ອື່ນ