ສ​ປ​ຊ ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ຂອງ​ນ້ຳ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ເຈົ້າໜ້າທີ່ ສປຊ ກ່າວເຕືອນວ່າມີ ປະຊາຊົນ ກ່ວາ 2 ຕື້ຄົນບໍ່ໄດ້ສຳຜັດກັບນ້ຳ  ຊຶ່ງເປັນສິ່ງທີ່ສວມບົດບາດສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາງ Sasha Koo – Oshima ໄດ້ຍົກອອກບັນຫາຂາດການລົງທຶນ ແລະ ຂາດນ້ຳສະອາດກໍ່ຄືບັນດາການບໍລິການທີ່ກ່ຽວຂ້ອງເຖິງນ້ຳສະອາດ ທີ່ໄດ້ສະໜອງໃຫ້ແກ່ປະຊາຊົນນັບຕື້ຄົນ. 
ສ​ປ​ຊ ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ຂອງ​ນ້ຳ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: financialexpress

ນ້ຳມີຄຸນຄ່າອັນລ້ຳຄ່າ, ພິເສດແມ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ກ່າວຄຳເຫັນເນື່ອງໃນໂອກາດວັນນ້ຳທົ່ວໂລກທີ 22 ມີນາ, ທ່ານນາງ Sasha Koo - Oshima ຮອງຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ ສປຊ (FAO) ໄດ້ເນັ້ນໜັກວ່າ: ເມື່ອໂລກລະບາດໂຄວິດ - 19 ຄຸກຄາມ, ປະຊາກອນໂລກຈຳນວນຫຼາຍຍັງບໍ່ທັນໄດ້ສຳຜັດກັບບັນດາອຸປະກອນລ້າງມືຢູ່ເຮືອນ ໃນຂະນະທີ່ ນີ້ແມ່ນວິທີອັນດັບ 1 ເພື່ອປ້ອງກັນ, ສະກັດກັ້ນເຊື້ອໄວຣັດ SARS – CoV -2. ເຈົ້າໜ້າທີ່ ສປຊ ກ່າວເຕືອນວ່າມີ ປະຊາຊົນ ກ່ວາ 2 ຕື້ຄົນບໍ່ໄດ້ສຳຜັດກັບນ້ຳ  ຊຶ່ງເປັນສິ່ງທີ່ສວມບົດບາດສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາງ Sasha Koo – Oshima ໄດ້ຍົກອອກບັນຫາຂາດການລົງທຶນ ແລະ ຂາດນ້ຳສະອາດກໍ່ຄືບັນດາການບໍລິການທີ່ກ່ຽວຂ້ອງເຖິງນ້ຳສະອາດ ທີ່ໄດ້ສະໜອງໃຫ້ແກ່ປະຊາຊົນນັບຕື້ຄົນ. ສະພາບການນີ້ຍິ່ງຈະແຈ້ງກ່ວາເວລາໃດໝົດ ເມື່ອເກີດໂລກລະບາດໂຄວິດ - 19 ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ