ສ​ປ​ຊ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສະ​ຫະ​ພາບ ເອີ​ລົບ

(VOVWORLD) -  ວັນທີ 10 ມິຖຸນາ, ສປຊ ໄດ້ຈັດ ກອງປະຊຸມກ່ຽວກັບ ການ່ຮວມມືລະຫວ່າງ ສປຊ ກັບ ສະຫະພາບ ເອີລົບ

ສ​ປ​ຊ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສະ​ຫະ​ພາບ ເອີ​ລົບ - ảnh 1ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມ ກ່ຽວກັບສະພາບການຮ່ວມມືລະຫວ່າງ ສປຊ ແລະ EU 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ຂໍ້ສັງເກດວ່າ ບໍ່ມີປະເທດໃດສາມາດແກ້ໄຂໄດ້ສິ່ງທ້າທາຍທົ່ວໂລກທີ່ສັບສົນຄືໃນປັດຈຸບັນນີ້ິ້ເອງໄດ້, ແທນທີ່ນັ້ນ ແມ່ນຕ້ອງຊອກຫາວິທີການແກ້ໄຂຜ່ານລັດທິຫຼາຍຝ່າຍ ແລະ ການພົວພັນຄູ່ຮ່ວມມື, ໃນນັ້ນ ສປຊສວມບົດບາດເປັນໃຈກາງໃນການປະສານຄວາມມານະພະຍາຍາມ ສາກົນ, ພ້ອມກັບການໜູນຊ່ວຍສຳຄັນຂອງບັນດາອົງການຈັດຕັ້ງໃນພາກພື້ນ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ສຳລັບວຽກງານ ຂອງ ສປຊ, ໃນນັ້ນ ມີ ສະພາຄວາມໝັ້ນຄົງ ສປຊ, ຊຶ່ງໄດ້ສະແດງໃຫ້ເຫັນຜ່ານການຈັດຕັ້ງການປຶກສາຫາລື ເປີດຂັ້ນສູງ ກ່ຽວກັບ “ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ໃນການເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການເຈລະຈາ ເພື່ອແນໃສ່ ປ້ອງກັນ, ສະກັດກັ້ນ ແລະ ຕ້ານການປະທະກັນ” ພ້ອມກັບຖະແຫຼງການປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021.

        ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງ ສປຊ ແລະ EU , ໃນນັ້ນມີການຮັກສາສັນຕິພາບ ແລະຮຽກຮ້ອງໃຫ້ສອງອົງການຈົ່ງສືບຕໍ່ຮັດແໜ້ນການພົວພັນຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ