ສ​ປ​ຊ ເອົາ​ວັນ​ທີ 10 ມິ​ຖຸ​ນາ​ຂອງ​ທຸກ​ປີ​ແມ່ນ​ວັນ​​ສາ​ກົນໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງບັນ​ດາ​ພື້ນ​ຖານ​ສີ​ວິ​ໄລ

(VOVWORLD) - ມະຕິຊີ້ແຈ້ງວ່າ ທຸກຜົນງານສີວິໄລ ລ້ວນແຕ່ແມ່ນມໍລະດົກລວມໝູ່ຂອງມວນມະນຸດ.
ສ​ປ​ຊ ເອົາ​ວັນ​ທີ 10 ມິ​ຖຸ​ນາ​ຂອງ​ທຸກ​ປີ​ແມ່ນ​ວັນ​​ສາ​ກົນໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງບັນ​ດາ​ພື້ນ​ຖານ​ສີ​ວິ​ໄລ - ảnh 1

ວາລະປະຊຸມຄັ້ງໜຶ່ງຂອງ ສປຊ  (ພາບ: UNWTO)

   ກອງປະຊຸມຂອງສະມັດຊາໃຫ່ຍ ສປຊ ຄັ້ງທີ 78 ຈັດຂຶ້ນໃນວັນທີ 7 ມິຖຸນາ ຢູ່ ນິວຢອກ ປະເທດ ອາເມລິກາ ໄດ້ເຫັນດີ ຮັບຮອງເອົາມະຕິໂດຍ ຈີນ ສະເໜີ ກ່ຽວກັບການເລືອກວັນສາກົນໂອ້ລົມສົນທະນາລະຫວ່າງບັນດາພື້ນຖານສີວິໄລ.

   ມະຕິຊີ້ແຈ້ງວ່າ ທຸກຜົນງານສີວິໄລ ລ້ວນແຕ່ແມ່ນມໍລະດົກລວມໝູ່ຂອງມວນມະນຸດ, ສະໜັບສະໜູນການເຄົາລົບຄວາມຫຼາກຫຼາຍຂອງ ບັນດາພື້ນຖານສີວິໄລ, ເນັ້ນໜັກເຖິງບົດບາດສຳຄັນຂອງການໂອ້ລົມສົນທະນາລະຫວ່າງບັນດາພື້ນຖານສີວິໄລ ໃນການຮັກສາສັນຕິພາບໂລກ, ຊຸກຍູ້ການພັດທະນາລວມ, ຍົກສູງສະຫວັດດີການມະນຸດ ແລະ ບັນລຸໄດ້ຄວາມກ້າວໜ້າລວມ.

   ມະຕິໄດ້ເອົາວັນທີ 10 ມິຖຸນາແມ່ນວັນສາກົນໂອ້ລົມສົນທະນາລະຫວ່າງບັນດາພື້ນຖານສີວິໄລ. ຕາມນັ້ນແລ້ວ, ມະຕິຮຽກຮ້ອງໃຫ້ທຸກປະເທດສະມາຊິກ ແລະ ອົງການ ສປຊ ຈັດພິທີສະເຫຼີມສະຫຼອງວັນສາກົນນີ້ ຜ່ານຫຼາຍເຫດການ ແລະ ການເຄື່ອນໄຫວຕ່າງໆ.

 

ຕອບກັບ

ຂ່າວ/ບົດ​ອື່ນ