ສ​ປ​ຊ ແລະ ກອງ​ທັບ ສ​ປ.ໂກງ​ໂກ ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ສູ້​ຮົບ​ຢູ່​ພາກ​ຕາ​ເວັນ​ອອກ ສ​ປ.ໂກງ​ໂກ

(VOVWORLD) -ວັນທີ 8 ທັນວາ, ກຳລັງຮັກສາສັນຕິພາບ ສປຊ ປະຈຳ ສປ.ໂກງໂກ (MONUSCO)ໄດ້ລົງນາມຂໍ້ຕົກລົງ “ແນະນຳບັ້ນຮົບຮ່ວມ” ກັບກອງທັບປະເທດນີ້ ເພື່ອແນໃສ່ຜັນຂະຫຍາຍບັ້ນຮົບຮ່ວມ ຕ້ານຄືນກຸ່ມປະກອບອາວຸດ ທີ່ກໍ່ຄວາມບໍ່ສະຫງົບຢູ່ພາກຕາເວັນອອກ ຂອງປະເທດນີ້.

ສ​ປ​ຊ ແລະ ກອງ​ທັບ ສ​ປ.ໂກງ​ໂກ ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ສູ້​ຮົບ​ຢູ່​ພາກ​ຕາ​ເວັນ​ອອກ ສ​ປ.ໂກງ​ໂກ - ảnh 1ທະຫານ ຮັກສາສັນຕິພາບ ຂອງ ສປຊ ຢູ່ ໂກງໂກ (ພາບ: ສປຊ)

ທ່ານ Affonso Da Costa ຜູ້ບັນຊາການກຳລັງຮັກສາສັນຕິພາບ ສປຊ ປະຈຳ ສປ.ໂກງໂກ ໄດ້ຕີລາຄາວ່າ ຂໍ້ຕົກລົງດັ່ງກ່າວ “ໄດ້ເຕີມເຕັມຊ່ອງຫວ່າງທີ່ປະມາດົນ ຂອງກົນໄກສົມທົບກັນຢູ່ໃນລະດັບບັ້ນຮົບຮ່ວມ”. ສ່ວນຝ່າຍກອງທັບສປ.ໂກງໂກ,  ທ່ານນາຍພົນ Mbala ເສນາທິການໃຫຍ່ກອງທັບ ສປ.ໂກງໂກ ໃຫ້ຮູ້ວ່າ: ຂໍ້ຕົກລົງເອື້ອອຳນວຍ ໃຫ້ MONUSCO ປະຕິບັດໜ້າທີ່ຮ່ວມສູ້ຮົບໃຫ້ຫຼາຍກ່ວາອີກ ແທນທີ່ໃຫ້ພຽງແຕ່ສວມບົດບາດເປັນຜູ້ສັງເກດການຕາມຂໍ້ກຳນົດຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ