ສ​ປ​ຊ ແລະ ກາ​ຕາ ຜັນ​ຂະ​ຫຍາຍ​ການ​ໜູນ​ຊ່ວຍ​ເງິນ​ສົດ​ແກ່​​ຊາວ ປາ​ແລັດ​ສະ​ຕິນ ຢູ່​ເຂດ Gaza

(VOVWORLD) -ສປຊ ເລີ່ມຈັດແບ່ງການຊ່ວຍເຫຼືອດ້ວຍສົດໃຫ້ແກ່ຄອບຄົວທີ່ທຸກຍາກນັບພັນຄອບຄົວຢູ່ເຂດ Gaza ໃນວັນທີ 13 ກັນຍາ, ໃນຂອບເຂດລາຍການ ໂດຍ ກາຕາອຸປະຖຳ.
ສ​ປ​ຊ ແລະ ກາ​ຕາ ຜັນ​ຂະ​ຫຍາຍ​ການ​ໜູນ​ຊ່ວຍ​ເງິນ​ສົດ​ແກ່​​ຊາວ ປາ​ແລັດ​ສະ​ຕິນ ຢູ່​ເຂດ Gaza - ảnh 1ຊາວ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອຢູ່ເຂດ Gaza (ພາບ: AFP/TTXVN)

ທ່ານ Tor Wennesland ທູດພິເສດ ສປຊ ຮັບຜິດຊອບ ຕາເວັນອອກກາງ ໄດ້ແຈ້ງໃຫ້ຮູ້ໃນສື່ສັງຄົມອອນລາຍ Twitter ວ່າ ປະຊາຊົນເກືອບ 100.000 ຄົນ ເລີ່ມໄດ້ຮັບການຊ່ວຍເຫຼືອເງິນສົດຕາມລາຍການດັ່ງກ່າວ ແຕ່ວັນທີ 13 ກັນຍາ. ຕາມແຜນການຂອງ ກາຕາ ແລະ ສປຊ ແລ້ວ, ບັນດາບ້ວງເງິນສົດທີ່ໄດ້ຮັບການແຈກຢາຍຢູ່ກວ່າ 700 ຈຸດ ໂດຍບໍ່ຜ່ານຂະບວນການ Hamas, ກຳລັງຄວບຄຸມເຂດ Gaza. ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ບໍ່ເຜີຍໃຫ້ຮູ້ວ່າ ສະຖານທີ່ຈັດແບ່ງການຊ່ວຍເຫຼືອຈະໄດ້ຮັບການຕິດຕາມກວດກາຫຼືບໍ່ ແລະ ຈະຕິດຕາມກວດກາຄືແນວໃດ.

ແຜນການຊ່ວຍເຫຼືອຂອງ ກາຕາ ແລະ ສປຊ ໄດ້ຮັບການສະໜູບສະໜູູນຈາກອຳນາດການປົກຄອງ ອິດສະຣາແອັນ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ Naftali Bennett ຖືວ່າ ຄວນຫັນປ່ຽນຮູບການຊ່ວຍເຫຼືອໃຫ້ເປັນບັດຊື້ເຄື່ອງ ແທນທີ່ເງິນສົດ.


ຕອບກັບ

ຂ່າວ/ບົດ​ອື່ນ