ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ສິດ​ຂອງ​ແມ່​ຍິງ ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) - ເຈົ້າໜ້າທີ່  ສປຊ ຮຽກຮ້ອງໃຫ້ ຕາລີບານ ຈົ່ງພິຈາລະນາຄືນ ແລະ ຊັ່ງຊາຕໍ່ຜົນຕາມມາຂອງນະໂຍບາຍຕ່າງໆຕໍ່ກັບສະພາບການຕົວຈິງໃນປັດຈຸບັນ ກໍຄື ອະນາຄົດຂອງປະເທດນີ້.
ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ສິດ​ຂອງ​ແມ່​ຍິງ ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ແມ່ຍິງ ແລະ ເດັກຍິງ ຢູ່ Kabul, ອາບການິດສະຖານ (ພາບ: AFP/TTXVN)

ວັນທີ 15 ສິງຫາ, ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women), ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຢືດໝັ້ນການສະໜັບສະໜູນການປ່ຽນແປງຂອງ ອາບການິດສະຖານ, ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຂໍ້ຈຳກັດອັນເລິກເຊິິ່ງ ເຊິ່ງລັດຖະບານ ຕາລີບານ ຈັດວາງສຳລັບສິດທິຂອງແມ່ຍິງ ແລະ ເດັກຍິງ ຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້. ທ່ານນາງ Sima Bahous ຜູ້ອຳນວຍການຝ່າຍບໍລິຫານອົງການ UN Women ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວກົງກັບວັນຄົບຮອບ 2 ປີ ທີ່ກຳລັງ ຕາລີບານ ກັບຄືນມາກຳອຳນາດຢູ່ ອາບການິດສະຖານ (15/8/2021-15/8/2023).  ເຈົ້າໜ້າທີ່  ສປຊ ຮຽກຮ້ອງໃຫ້ ຕາລີບານ ຈົ່ງພິຈາລະນາຄືນ ແລະ ຊັ່ງຊາຕໍ່ຜົນຕາມມາຂອງນະໂຍບາຍຕ່າງໆຕໍ່ກັບສະພາບການຕົວຈິງໃນປັດຈຸບັນ ກໍຄື ອະນາຄົດຂອງປະເທດນີ້.

        ໃນວັນດຽວກັນ, ບັນດາເຈົ້າໜ້າທີ່ ແລະ ຄູ່ຮ່ວມມືຂອງ ສປຊ ໄດ້ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນຕ້ອງສືບຕໍ່ໃຫ້ການຊ່ວຍເຫຼືອມະນຸດສະທຳ ແລະ ລົງທຶນເຂົ້າບັນດາມາດຕະການຍາວນານໃຫ້ແກ່ ອາບການິດສະຖານ, ໃນສະພາບການຄວາມຫຍຸ້ງຍາກດ້ານເສດຖະກິດ ໄດ້ກໍ່ຜົນກະທົບຢ່າງຮ້າຍແຮງເຖິງເງື່ອນໄຂການດຳລົງຊີວິດຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ