ສ​ປ​ຊ ແລະ ລີ​ບັງ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ແລະ ເຮ​ໂບ​ລາ ຫຼຸດ​ຜ​່ອນ​ຄວາມ​ເຄັ່ງ​ຕຶງ

(VOVWORLD) - ວັນທີ 25 ສິງຫາ, ສປຊ ແລະ ລີບັງ ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງພາຍຫຼັງ ອິດສະຣາແອັນ ດຳເນີນການບຸກໂຈມຕີທາງອາກາດຢ່າງລຽນຕິດເຂົ້າ ລີບັງ ແລະ ເຮໂບລາ ຖະແຫຼງວ່າຈະບຸກໂຈມຕີເຂົ້າສະຖານທີ່ຕ່າງໆຂອງ ອິດສະຣາແອັນ.
ສ​ປ​ຊ ແລະ ລີ​ບັງ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ແລະ ເຮ​ໂບ​ລາ ຫຼຸດ​ຜ​່ອນ​ຄວາມ​ເຄັ່ງ​ຕຶງ - ảnh 1 Khiam, ລີບັງ ພາຍຫຼັງການບຸກໂຈມຕີ ໃນວັນທີ 23/8/2024  (ພາບ: TTXVN)

ໃນຖະແຫຼງການ, ຫ້ອງການປະສານງານພິເສດຂອງ ສປຊ ຢູ່ ລີບັງ (UNSCOL) ແລະ ກຳລັງຊົ່ວຄາວຂອງ ສປຊ ຢູ່ ລີບັງ (UNIFIL) ໄດ້ເນັ້ນໜັກວ່າ ການຜັນແປຢູ່ເຂດຊາຍແດນ ລີບັງ - ອິດສະຣາແອັນ ພວມໜ້າເປັນຫ່ວງທີ່ສຸດ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທັງໝົດຈົ່ງຢຸດຍິງ ແລະ ລະງັບການກະທຳທີ່ເຮັດໃຫ້ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ. ໃນຖະແຫຼງການກໍຢັ້ງຢືນວ່າ ການຢຸດຕິການປະທະກັນ, ຫຼງັຈາກນັ້ນປະຕິບັດມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ ສປຊ, ແມ່ນມາດຕະການໜຶ່ງດຽວ.

        ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ລີບັງ, Najib Mikati ໄດ້ດຳເນີນ “ຫຼາຍບັ້ນພົບປະກັບເພື່ອນມິດຂອງ ລີບັງ” ເພື່ອສະກັດກັ້ນຄວາມເຄັ່ງຕຶງເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີ Najib Mikati ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການໝູນໃຊ້ມະຕິເລກທີ 1701 ເຊິ່ງ ອິດສະຣາແອັນ ແລະ ເຮໂບລາ ທີ່ໄດ້ລົງນາມໃນວັນທີ 2006.

ຕອບກັບ

ຂ່າວ/ບົດ​ອື່ນ