ສ​ປ​ຊ ແລະ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ (IPU) ຊຸກ​ຍູ້​ການ​ຟື້ນ​ຟູ​ແບບ​ຍືນ​ຍົງຫຼັງ​ໂຄວິດ - 19

(VOVWORLD) -ທ່ານ Abdulla Shahid ຍັງໃຫ້ຮູ້ວ່າ ໂລກຄວນມີການຊີ້ນຳນຳພາ ແລະ ການຮ່ວມມືເພື່ອປະຕິບັດໂຄງການວັກຊິນຢ່າງສະເໝີພາບ, ຟື້ນຟູແບບຍືນຍົງ ແລະ ຫັນໂຄງການດຳເນີນງານການພັດທະນາຮອດປີ 2030 ພ້ອມກັບຫຼາຍບັນຫາອື່ນໆໃຫ້ປະກົດຜົນເປັນຈິງ.
ສ​ປ​ຊ ແລະ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ (IPU) ຊຸກ​ຍູ້​ການ​ຟື້ນ​ຟູ​ແບບ​ຍືນ​ຍົງຫຼັງ​ໂຄວິດ - 19 - ảnh 1ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ (ພາບ: THX/TTXVN)

ໃນວັນທີ 17 ແລະ 18 ກຸມພາ, ຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ ປະເທດ ອາເມລິກາ ໄດ້ດຳເນີນກອງປະຊຸມລັດຖະສະພາ ປີ 2022 ຕາມຂໍ້ລິເລີ່ມລວມຂອງ ສປຊ ແລະ ສະຫະພັນລັດຖະສະພາໂລກ (IPU) ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມລວມໃນການຟື້ນຟູໂລກ ແບບຍືນຍົງຫຼັງໂຄວິດ - 19. ກອງປະຊຸມມີການເຂົ້າຮ່ວມຂອງ ສະມາຊິກລັດຖະສະພາເກືອບ 200 ທ່ານຈາກຫຼາຍປະເທດໃນໂລກ ແລະ ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນໂດຍກົງນັບແຕ່ເກີດໂລກລະບາດໂຄວິດ - 19ມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ ເນັ້ນໜັກວ່າ ເປົ້າໝາຍລວມຂອງ ສປຊ ແລະ IPU ແມ່ນຊຸກຍູ້ການຮ່ວມມືທົ່ວໂລກ ແລະ ລັດທິຫຼາຍຝ່າຍ ໃນນັ້ນບັນຫາລັດຖະສະພາຈະນຳເອົາມະຕິຂອງ ສປຊ ເຂົ້າໃນລະບົບກົດໝາຍຂອງແຕ່ລະປະເທດ, ພ້ອມທັງກໍ່ແມ່ນອົງການຖ່າຍທອດບັນດາບັນຫາໃຫຍ່ຂອງຊາດໄປຍັງ ສປຊ ແລະ ປະຊາຄົມສາກົນ. ທ່ານ Abdulla Shahid ຍັງໃຫ້ຮູ້ວ່າ ໂລກຄວນມີການຊີ້ນຳນຳພາ ແລະ ການຮ່ວມມືເພື່ອປະຕິບັດໂຄງການວັກຊິນຢ່າງສະເໝີພາບ, ຟື້ນຟູແບບຍືນຍົງ ແລະ ຫັນໂຄງການດຳເນີນງານການພັດທະນາຮອດປີ 2030 ພ້ອມກັບຫຼາຍບັນຫາອື່ນໆໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ